ທ່ານປະທານປະຈຳສະພາສູງ ອາເມລິກາ ຈະຢ້ຽມຢາມ ຫວຽດນາມ

ທ່ານປະທານປະຈຳສະພາສູງ ອາເມລິກາ ຈະຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ປະທານ​ປະຈຳ​ສະພາ​ສູງ ອາ​ເມ​ລິ​ກາ Patick Leahy
(ພາບ: AFP)


(vovworld) - ວັນ​ທີ 13/4, ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ຫວຽດນາມ ອອກ​​ແຈ້ງ​ການ​ໃຫ້​ຮູ້​ວ່າ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນຊິງ​ຮຸ່ງ,  ທ່ານ​ປະທານ​ປະຈຳ​ສະພາ​ສູງ ອາ​ເມ​ລິ​ກາ Patick Leahy ຈະ​ນຳໜ້າຄະນະ​ສະ​ມາ​ສິກ​ສະພາ​ສູງ ອາ​ເມ​ລິ​ກາ ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16/4 – 20/4/2014. ການ​ຢ້ຽມຢາມ​ຈະ​ຊຸກຍູ້​ສາຍ​ພົວພັນ​ລະ​ຫວ່າງສອງ​ປະ​ເທດ​ໃນຫຼາຍຂົງ​ເຂດ, ພິ​ເສດ​ແມ່ນ​ການ​ເມືອງ, ​ເສດຖະກິດ ​ແລ​ະ ການ​ຄ້າ.

ຂ່າວ/ບົດ​ອື່ນ