ທ່ານປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ

ທ່ານປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ​ໂຮ່ຈິ​ມິນ
( ພາບຈາກອີນເຕີແນດ )


( vovworld ) –   ຕອນ​ເຊົ້າ​ວັນ​ທີ 2/5, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ປະທານ​ປະ​ເທດ Truong Tan Sang ພ້ອມ​ກັບຫົວ​ໜ່ວຍສະມາຊິກສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຕອບ​ຄຳ​ຖາມ​ໂດຍ​ກົງ​ 11 ບັນຫາ ກ່ຽວ​ກັບ​ການ​ສ້າງ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ, ການຍົກ​ສູງ​ຜົນ​ສັກສິດປະສິດທິ​ຜົນ​​ແຫ່ງ​ການ​ຕິດຕາມກວດກາຂອງ​ສະພາ​ແຫ່ງ​ຊາດ, ຕ້ານ​​ໄພ​ສໍ້​ລາດ​ບັງ​ຫຼວງ ​ແລະ ຈັດ​ຕັ້ງ​ກົງ​ຈັກ, ການປັບປຸງ​ວຽກ​ງານ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ການສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ບັນຫາ​ໄພ​ເງິນ​ເຟີ້ ​ແລະ ລະດັບ​ຄອງ​ຊີບຂອງ​ປະຊາຊົນ​ໃນ​ປະຈຸ​ບັນ, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເປີດກວ້າງ​ປະຊາທິປະ​ໄຕ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ໜັກ​ວ່າ.

        “ ການ​ຕິດຕາມກວດກາ​​ແມ່ນ​ໜື່ງ​ໃນ 3 ບົດບາດໜ້າ​ທີ່​ຕົ້ນ​ຕໍ່​ຂອງ​ສະພາ​ແຫ່ງ​ຊາດ ​ເພາະສະ​ນັ້ນ, ບັນດາ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ການ​​ແກ້​ໄຂຄວາມ​ອອ່ນດ້ອຍ​ໃນ​ການ​ຕິດຕາມ​ກວດກາ​ແມ່ນດີ​ທີ່​ສຸດ ແລະ ປະຈຸ​ບັນສະພາ​ແຫ່ງຊາດກໍ່​ປະກາດ​ໃຊ້​ກົດໝາຍ​ວ່າ​ ດ້ວຍ​ການ​ຕິດຕາມ​ກວດກາ​ແລ້ວ. ຄະນະສະມາຊິກສະພາ​ແຫ່ງ​ຊາດ​ນະຄອນ ກໍ່​​ໄດ້ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນເປັນ​ຫຼາຍ​ເທື່ອ​ແລ້ວ. ດັ່ງ​ນັ້ນ​ຕ້ອງ​ມີ​ການສະຫຼຸບ​ຄວາມຈິງ​​ໃນ​ການ​ປັບ​ປຸງກົດໝາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດກາ​ນີ້​ໃຫ້​ສຳ​ເລັດ​ບໍລິບູນເພື່ອ​ໃຫ້​ຂໍ້​ຕົກລົງ​ທັງ​ໝົດຂອງ​ບັນດາ​ຄະນະ​ສະມາຊິກສະພາ​ແຫ່ງ​ຊາດ ກໍ​ຄື​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ມີຜົນ​ສັກສິດ​ໃນ​ພາກ​ຕົວຈິງ ”.

ຂ່າວ/ບົດ​ອື່ນ