ທ່ານປະທານປະເທດ Truong Tan Sang ເຮັດວຽກກັບການນຳແຂວງ Dien Bien

ທ່ານປະທານປະເທດ Truong Tan Sang ເຮັດວຽກກັບການນຳແຂວງ Dien Bien - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງແຂວງ Dien Bien
( ພາບ: bienphong.com.vn )

( vovworld ) –   ​ໂດຍ​ສືບ​ຕໍ່​ການ​​ເຮັດ​ວຽກຢູ່​ແຂວງ Dien Bien, ຕອນ​ເຊົ້າ​ວັນ​ທີ 16/4, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ Dien Bien ກ່ຽວ​ກັບສະພາບ​ການ​ປະຕິບັດ​ໜ້າ​ທີ​ເສດຖະກິດ​ສັງຄົມ ​ແລະ ຮັບປະກັນ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວັນ​ແຂວງ. ທ່ານ​ປະທານ​ປະ​ເທດ​ໄດ້​ເນັ້ນ​ໜັກ​ວ່າ ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ Dien Bien ຄວນ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຮັບປະກັນ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ ​ແລະ ສາສະໜາ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເພື່ອ​ສ້າງຄວາມ​ເຊື້ອ​ໝັ້ນ​ໃນ​ໝູ່​ປະຊາຊົນ, ພ້ອມ​ທັງ​ປັບປຸງ​ລະ​ບົບການ​ເມືອງຢູ່​ຂັ້ນຮາກ​ຖານ​​ໃຫ້ສຳ​ເລັດ​.

“ ບັນຫາຊີວິດ​ຂອງ​ປະຊາຊົນ ​ແລະ ເສດຖະກິດ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ. ທີ່​ສອງ​​ແມ່ນ​ລະບົບ​ການ​ເມືອງ​ຂັ້ນ​ຮາກ​ຖານ. ຢູ່​ທີ່​ນີ້​ຍັງມີ​ 7 8% ຈຳ​ນວນບ້ານ​​ແມ່ນຂາດ​ໜ່ວຍ​ພັກ. ໜ່ວຍ​ພັກ​ບໍ່​ມີ​ ຫຼື ໜ່ວຍ​ພັກ​ຍັງອ່ອຍ​ແມ່ນ​ບໍ່​ມີ​ພື້ນຖານ​ຢ່າງ​ພຽງພໍເພື່ອ​ຕິດ​ຕໍ່​​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ມະຫາຊົນ​ໄດ້. ຢາກ​ຮູ້ປະຊາຊົນ ​ແລະ ນຳພາປະຊາຊົນ ​ແມ່ນ​ຕ້ອງ​ມີໜ່ວຍ​ພັກ​ທີ່​ເຂັ້ມ​ແຂງ”.

ທ່ານ​ປະທານ​ປະ​ເທດ​ໄດ້​ເອົາ​ໃຈ​ໃສ່​​ທາງແຂວງ Dien Bien ວ່າ ​ໃນ​ການ​ພັດທະນາ​ເສດຖະກິດ, ຍູ້​ແຮງ​ການພັ​ດທະ​ນາ​ຕົ້ນ​ໄມ້​ອຸດສາຫະກຳ​ຄື; ກາ​ເຟ, ຢ່າງ​ພາລານັ້ນ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ຄິດ​ໄລ່​ໃຫ້​ເໝາະ​ສົມ, ສົມທົບ​ກະ​ສິ​ກຳ​ປ່າ​ໄມ້​ຕາມ​ພູ​ນສັນຖານ, ງ້ວນ​ດິນ​ເພື່ອ​ຫຼີກ​ລ້ຽງສະພາບທຳລາຍ​ປ່າ. ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ​ກໍ່​ແມ່ນ​ໜ້າ​ທີ່​ສຳຄັນ​ສຳ​ລັບ​ແຂວງ.

ຂ່າວ/ບົດ​ອື່ນ