ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບຄະນະຜູ້ແທນບັນດານັກວິທະຍາສາດເສດຖະກິດ ອາຊຽນ

(VOVWORLD) -ທ່ານປະທານປະເທດ ໄດ້ຕີລາຄາສູງບັນດານັກວິທະຍາສາດ, ນັກເສດຖະສາດ ຫວຽດນາມ ແລະ ອາຊຽນ ໄດ້ນຳໜ້າໃນການແບ່ງປັນ, ຊຸກຍູ້, ໜູນຊ່ວຍເຊິ່ງກັນ ແລະ ກັນ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບຄະນະຜູ້ແທນບັນດານັກວິທະຍາສາດເສດຖະກິດ ອາຊຽນ - ảnh 1ທ່ານປະທານປະເທດ  ຫງວຽນຊວັນຟຸກ ໄດ້ຕ້ອນຮັບຄະນະຜູ້ແທນເຊິ່ງແມ່ນນັກວິທະຍາສາດເສດຖະກິດ ອາຊຽນ
(ພາບ: TTXVN)

        ຕອນບ່າຍວັນທີ 25 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບຄະນະຜູ້ແທນເຊິ່ງແມ່ນນັກວິທະຍາສາດເສດຖະກິດ ອາຊຽນ ທີ່ມາເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 45 ຂອງສະຫະພັນບັນດາສະມາຄົມເສດຖະກິດ ອາຊຽນ (FAEA) ຢູ່ ຮ່າໂນ້ຍ.

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ໄດ້ຕີລາຄາສູງບັນດານັກວິທະຍາສາດ, ນັກເສດຖະສາດ ຫວຽດນາມ ແລະ ອາຊຽນ ໄດ້ນຳໜ້າໃນການແບ່ງປັນ, ຊຸກຍູ້, ໜູນຊ່ວຍເຊິ່ງກັນ ແລະ ກັນ, ມີການປະກອບສ່ວນຢ່າງແທດຈິງ, ບັນລຸປະສິດທິຜົນເຂົ້າໃນຜົນງານລວມທີ່ມີຕໍ່ການພັດທະນາຂອງ ອາຊຽນ. ທ່ານປະທານປະເທດ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຮັບຮູ້, ຕີລາຄາສູງບັນດາການປະກອບສ່ວນຂອງວົງການນັກຊ່ຽວຊານ ແລະ ນັກເສດຖະສາດ ໃນວິວັດທະນາການພັດທະນາປະເທດຊາດ, ພິເສດແມ່ນໃນວຽກງານຄົ້ນຄວ້າວິທະຍາສາດ, ການຕີລາຄານະໂຍບາຍ, ສະເໜີນະໂຍບາຍ.

        ບັນດານັກວິທະຍາສາດເສດຖະກິດ ອາຊຽນ ໃຫ້ຮູ້ວ່າ, ກອງປະຊຸມ FAEA-45 ແມ່ນໂອກາດເພື່ອໃຫ້ບັນດານັກເສດຖະກິດໄດ້ພົບປະແລກປ່ຽນ ແລະ ຮ່ຳຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ, ກໍຄືປຶກສາຫາລືກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຂອງພື້ນຖານເສດຖະກິດຢູ່ພາກພື້ນ ພາຍຫຼັງໂລກລະບາດໂຄວິດ-19.

 

ຕອບກັບ

ຂ່າວ/ບົດ​ອື່ນ