ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ຫຼັງຈາກນັ້ນ, ທີ່ພໍພິພິທະພັນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຖະຫວາຍທູບທຽນ ອາໄລຫາ ທ່ານປະທານປະເທດ ໂຕນດຶກທັ໊ງ ຊຶ່ງແມ່ນໜຶ່ງໃນບັນດານັກຮົບຢູ່ໂຮງຮຽນທຳອິດຂອງຂະບວນການກຳມະກອນ ແລະ ຂະບວນການປະຕິວັດກຳມາຊີບຂອງ ຫວຽດນາມ.
ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ ​ປະ​ທານ​ໂຮ່​ຈີ​ມິນ - ảnh 1ປະທານປະເທດ ພ້ອມດ້ວຍ ຄະນະ ຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 131 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພືດສະພາ 1890 – 19 ພືດສະພາ 2021), 110 ປີແຫ່ງວັນເພີ່ມ ອອກໄປຊອກຫາເສັ້ນທາງກູ້ຊາດ (5 ມິຖຸນາ 1911 – 5 ມິຖຸນາ 2021), ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ຫໍພິພິທະພັນໂຮ່ຈີມິນ ສາຂານະຄອນໂຮ່ຈີມິນ (ທ່າກຳປັ່ນ ຍ່າຣົ່ງ), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຊຶ່ງເປັນນັກວິລະຊົນປົດປ່ອຍຊາດ, ຜູ້ນຳທີ່ປີຊາສາມາດຂອງພັກ ແລະ ປະຊາຊົນ ຫວຽດນາມ, ນັກວັດທະນະທຳທີ່ດີເລີດຂອງ ຫວຽດນາມ.

ຫຼັງຈາກນັ້ນ, ທີ່ພໍພິພິທະພັນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຖະຫວາຍທູບທຽນ ອາໄລຫາ ທ່ານປະທານປະເທດ ໂຕນດຶກທັ໊ງ ຊຶ່ງແມ່ນໜຶ່ງໃນບັນດານັກຮົບຢູ່ໂຮງຮຽນທຳອິດຂອງຂະບວນການກຳມະກອນ ແລະ ຂະບວນການປະຕິວັດກຳມາຊີບຂອງ ຫວຽດນາມ.

ໃນຕອນເຊົ້າວັນດຽວກັນ, ທ່ານ ປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ (ຖະໜົນ ຫງວຽນເຫ້ວ, ເມືອງ 1).

ຕອບກັບ

ຂ່າວ/ບົດ​ອື່ນ