ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ: ຜູ້​ຮັບ​ເໝົາ​ກໍ່​ສ້າງ ຫວຽດ​ນາມ ຕ້ອງ​ບືນ​ຕົວ​ຂຶ້ນ​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ

(VOVWORLD) -ໃນສະພາບການປະຕິວັດອຸດສາຫະກຳ 4.0 ແລະ ການຫັນເປັນດີຈີຕອນພວມດຳເນີນໄປຢ່າງແຮງ, ຂະແໜງກໍ່ສ້າງ ຫວຽດນາມ ຕ້ອງເສີມຂະຫຍາຍນ້ຳໃຈສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ສູ້ຊົນພັດທະນາໃຫ້ທຽບເທົ່າກັບບັນດາປະເທດກ້າວໜ້າ.
ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ: ຜູ້​ຮັບ​ເໝົາ​ກໍ່​ສ້າງ ຫວຽດ​ນາມ ຕ້ອງ​ບືນ​ຕົວ​ຂຶ້ນ​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 40 ປີ ແລະ ກະກຽມກອງປະຊຸມໃຫຍ່ຄັ້ງທີ IX, ອາຍຸການ 2022 – 2027 ຂອງ ສະມາຄົມໃຫຍ່ກໍ່ສ້າງ ຫວຽດນາມ, ຕອນບ່າຍວັນທີ 5 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະຜູ້ແທນຜູ້ຕາງໜ້າໃຫ້ແກ່ສະມາຊິກສະມາຄົມ, ໝູ່ຄະນະ, ສ່ວນບຸກຄົນຫຼາຍກວ່າ 7000 ຄົນຂອງສະມາຄົມໃຫຍ່ກໍ່ສ້າງ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ ໃນສະພາບການປະຕິວັດອຸດສາຫະກຳ 4.0 ແລະ ການຫັນເປັນດີຈີຕອນພວມດຳເນີນໄປຢ່າງແຮງ, ຂະແໜງກໍ່ສ້າງ ຫວຽດນາມ ຕ້ອງເສີມຂະຫຍາຍນ້ຳໃຈສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ສູ້ຊົນພັດທະນາໃຫ້ທຽບເທົ່າກັບບັນດາປະເທດກ້າວໜ້າ, ຜູ້ຮັບເໝົາກໍ່ສ້າງ ຫວຽດນາມ ຕ້ອງບືນຕົວຂຶ້ນປະຕິບັດບັນດາກິດຈະກຳຢູ່ປະເທດຕ່າງໆໃນໂລກ; ລະດົມຖັນແຖວນັກວິທະຍາສາດ ແລະ ນັກຊ່ຽວຊານຢູ່ພາຍໃນປະເທດ, ດຶງດູດຖັນແຖວປັນຍາຊົນຊາວ ຫວຽດນາມ ຢູ່ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼາຍ ເພື່ອຍົກສູງຄຸນນະພາບການເຄື່ອນໄຫວ, ປະກອບສ່ວນເຂົ້າໃນການພັດທະນາຂອງຂະແໜງກໍ່ສ້າງເວົ້າສະເພາະ ແລະ ຂອງປະເທດຊາດເວົ້າລວມ.

 

ຕອບກັບ

ຂ່າວ/ບົດ​ອື່ນ