ທ່ານປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມຫ້ອງການພິທັກຮັກສາພາກກາງ-ກອງບັນຊາການກຳລັງພິທັກຮັກສາ

(VOVWORLD) - ເລື່ອງສ້າງຕັ້ງ ຫ້ອງການພິທັກຮັກສາພາກກາງໄດ້ສະແດງໃຫ້ເຫັນວິໄສທັດຂອງກະຊວງຕຳຫຼວດຕໍ່ເຂດມີທີ່ຕັ້ງສຳຄັນທີ່ສຸດກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ.
ທ່ານປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມຫ້ອງການພິທັກຮັກສາພາກກາງ-ກອງບັນຊາການກຳລັງພິທັກຮັກສາ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ທີ່ການພົບປະ

ເນື່ອງໃນໂອກາດການປະຕິບັດງານຢູ່ພາກກາງ, ຕອນບ່າຍວັນທີ 10 ມິຖຸນາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມຫ້ອງການພິທັກຮັກສາພາກກາງ, ຂຶ້ນກັບກອງບັນຊາການກຳລັງພິທັກຮັກສາ, ຕັ້ງຢູ່ນະຄອນດ່ານັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງ.

        ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ: ເລື່ອງສ້າງຕັ້ງ ຫ້ອງການພິທັກຮັກສາພາກກາງໄດ້ສະແດງໃຫ້ເຫັນວິໄສທັດຂອງກະຊວງຕຳຫຼວດຕໍ່ເຂດມີທີ່ຕັ້ງສຳຄັນທີ່ສຸດກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ. ພາກກາງ - ເຂດໄຕງວຽນ, ພິເສດແມ່ນນະຄອນ ດ່ານັ້ງ ແລະ ແຂວງ ກ໋ວາງນາມ ໄດ້ຈັດຫຼາຍເຫດການພາຍໃນ ແລະ ຕ່າງປະເທດ, ຕ້ອນຮັບຄະນະຜູ້ແທນຂັ້ນສູງຫຼາຍຄະນະ. ໃນເວລາຜ່ານມາ, ກຳລັງພິທັກຮັກສາພາກກາງໄດ້ປະຕິບັດສຳເລັດໜ້າທີ່ເຊິ່ງພັກ ແລະ ລັດ, ກະຊວງຕຳຫຼວດມອບໝາຍໃຫ້, ວິຊາສະເພາະກໍ່ໄດ້ຍົກສູງຂຶ້ນ, ສົມທົບກັບຕຳຫຼວດບັນດາທ້ອງຖິ່ນປະຕິບັດສຳເລັດໜ້າທີ່ປົກປັກຮັກສາຄວາມສະຫງົບ, ຄວາມປອດໄພໃຫ້ແກ່ບັນດາຄະນະປະຕິບັດງານຂັ້ນສູງຂອງພັກ, ລັດ, ແຂກສາກົນໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ