ທ່ານປະທານປະເທດ ຫງວຽນຊວນຟຸກ: ສ້າງຊີວິດການເປັນຢູ່ວັດທະນະທຳ, ປຸກລຸກຄວາມເອກອ້າງທະນົງໃຈຂອງຊາວ ຮ່າໂນ້ຍ

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ຕາແສງ ດ້ຽນບຽນ ສືບຕໍ່ເຮັດໜ້າທີ່ໂຄສະນາ ແລະ ຂົນຂວາຍປະຊາຊົນປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ...
ທ່ານປະທານປະເທດ ຫງວຽນຊວນຟຸກ: ສ້າງຊີວິດການເປັນຢູ່ວັດທະນະທຳ, ປຸກລຸກຄວາມເອກອ້າງທະນົງໃຈຂອງຊາວ ຮ່າໂນ້ຍ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ຕາແສງ ດ້ຽນບຽນ
(ພາບ:VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18/11/1930 – 18/11/2022), ຕອນຄ່ຳວັນທີ 14 ພະຈິກ, ທ່ານປະທານປະເທດ ຫງວຽນຊວນຟຸກ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນຢູ່ຕາແສງ ດ້ຽນບຽນ, ເມືອງບາດິ່ງ, ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ຕາແສງ ດ້ຽນບຽນ ສືບຕໍ່ເຮັດໜ້າທີ່ໂຄສະນາ ແລະ ຂົນຂວາຍປະຊາຊົນປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ, ກໍ່ຄືທຸກໆຂໍ້ກຳນົດກົດລະບຽບຂອງທ້ອງຖິ່ນ; ເຂົ້າຮ່ວມການສ້າງຊີວິດດ້ານວັດທະນະທຳ, ມີນ້ຳໃຈເມດຕາປານີ, ປຸກລຸກ ສ້າງຄວາມເອກອ້າງທະນົງໃຈຂອງຊາວ ຮ່າໂນ້ຍ, ປະຕິບັດການຂົນຂວາຍ “ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ”, “ການສ້າງຊາວ ຮ່າໂນ້ຍ ສິວິໄລ, ສຸພາບ ຮຽບຮ້ອຍ”… ພ້ອມທັງ, ສະເໜີໃຫ້ອຳນາດການປົກຄອງ ແລະ ແນວໂຮມປະເທດຊາດເປັນເຈົ້າການກຳແໜ້ນແນວຄິດຈິດໃຈ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ປະຊາຊົນແຕ່ລະຄົນ, ແຕ່ລະຄອບຄົວຕ້ອງໄດ້ເຂົ້າຮ່ວມ, ປຶກສາຫາລື ແລະ ຕັດສິນບັນດາບັນຫາລວມຂອງວົງຄະນະຍາດ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ບືນຕົວໃນຊີວິດການເປັນຢູ່ ແລະ ບັນດາຄອບຄົວດີເດັ່ນໃນບໍລິເວນ ຕາແສງ ດ້ຽນບຽນ.

ຕອບກັບ

ຂ່າວ/ບົດ​ອື່ນ