ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີເຊີດຊູຊາວກະສິກອນດີເດັ່ນ ຫວຽດນາມ 100 ຄົນ ປີ 2022

(VOVWORLD) -ນີ້ລ້ວນແຕ່ແມ່ນຊາວກະສິກອນທີ່ມີຜົນງານພົ້ນເດັ່ນໃນການຜະລິດ, ດຳເນີນທຸລະກິດ, ມີຫົວຄິດປະດິດສ້າງໃນການເຮັດ startup ແລະ ຫັນເປັນດີຈີຕອນ, ແມ່ນບັນດາປັດໃຈສຳຄັນ ຊຸກຍູ້, ແຜ່ຂະຫຍາຍຂະບວນການແຂ່ງຂັນຜະລິດ, ດຳເນີນທຸລະກິດເກັ່ງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີເຊີດຊູຊາວກະສິກອນດີເດັ່ນ ຫວຽດນາມ 100 ຄົນ ປີ 2022 - ảnh 1(ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນ ຫວຽດນາມ, ຕອນຄ່ຳວັນທີ 14 ຕຸລາ, ຢູ່ ຮ່າໂນ້ຍ, ມີຊາວກະສິກອນດີເດັ່ນ ຫວຽດນາມ 100 ຄົນໄດ້ຮັບການເຊີດຊູທີ່ພິທີ ແລະ ມອບນາມມະຍົດຊາວກະສິກອນດີເດັ່ນ ຫວຽດນາມ 2022. ນີ້ລ້ວນແຕ່ແມ່ນຊາວກະສິກອນທີ່ມີຜົນງານພົ້ນເດັ່ນໃນການຜະລິດ, ດຳເນີນທຸລະກິດ, ມີຫົວຄິດປະດິດສ້າງໃນການເຮັດ startup ແລະ ຫັນເປັນດີຈີຕອນ, ແມ່ນບັນດາປັດໃຈສຳຄັນ ຊຸກຍູ້, ແຜ່ຂະຫຍາຍຂະບວນການແຂ່ງຂັນຜະລິດ, ດຳເນີນທຸລະກິດເກັ່ງ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ສະມາຄົມຊາວກະສິກອນ ຫວຽດນາມ ຕ້ອງລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງຂອງຊົນຊັ້ນຊາວກະສິກອນ ແລະ ບັນດາພາກສ່ວນເສດຖະກິດຢູ່ພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນ, ເຮັດໃຫ້ກະສິກຳ, ຊາວກະສິກອນ, ຊົນນະບົດມີບາດກ້າວພັດທະນາຢ່າງໄວ ແລະ ຍືນຍົງກວ່າ. ສູ້ຊົນປະຕິບັດເປົ້າໝາຍສ້າງພື້ນຖານກະສິກຳໃຫ້ຈະເລີນກ້າວໜ້າ, ຊາວກະສິກອນຮັ່ງມີ, ຊົນນະບົດສີວິໄລ, ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ