ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເດີນ​ທາ​ງ​ໄປ​ຢ້ຽມ​ຢາມ​ ສິງ​ກະ​ໂປ ທາງ​ລັດ​ຖະ​ກິດ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ສິງກະໂປ , ຕອນບ່າຍວັນທີ 24 ກຸມພາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມ ສິງກະໂປ ທາງລັດຖະກິດ ນັບແຕ່ 24 -26 ກຸມພາ.

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເດີນ​ທາ​ງ​ໄປ​ຢ້ຽມ​ຢາມ​ ສິງ​ກະ​ໂປ ທາງ​ລັດ​ຖະ​ກິດ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມ ສິງກະໂປ (ພາບ: TTXVN)

ການຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປຂອງທ່ານປະທານປະເທດ ຫງວຽນຊວັນຟຸກ  ແລະ ພັນລະຍາ ມີຄວາມໝາຍສຳຄັນພິເສດ, ຍ້ອນໄດ້ດຳເນີນໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ພວມພັດທະນາຢ່າງດີງາມໃນທຸກຂົງເຂດ. ເປັນຕົ້ນແມ່ນໃນຂະນະ ທີ່ສອງປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023.

ນັບແຕ່ເມື່ອເກີດໂລກລະບາດໂຄວິດ - 19 ໃນປີ 2019 ມາຮອດປັດຈຸບັນ, ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງປະມຸກລັດຫວຽດນາມທີ່ ໄປຢ້ຽມຢາມ ສິງກະໂປ ແລະ ກໍ່ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດ ເຊິ່ງ ສິງກະໂປ ຕ້ອນຮັບປະມຸກລັດຕ່າງປະເທດມາຢ້ຽມຢາມ. ດັ່ງນັ້ນ, ການຢ້ຽມຢາມກໍ່ເພື່ອແນໃສ່ສືບຕໍ່ຢັ້ງຢືນຄວາມຕັດສິນໃຈພັດທະນາເສດຖະກິດຂອງ ຫວຽດນາມ ແລະ ສ້າງຄວາມສະດວກໃຫ້ແກ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ບັນດານັກລົງທຶນ, ຍົກອອກສານສຳຄັນ, ຊ່ວຍເຫຼືອບັນດານັກລົງທຶນສິງກະໂປ ມີຄວາມອຸ່ນອ່ຽນໃຈສືບຕໍ່ທຳມາຫາກິນຢູ່ ຫວຽດນາມ, ນັບທັງໃນສະພາບການເກີດໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ