ທ່ານປະທານປະເທດ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສິງກະໂປ

(VOVWORLD) - ເວລາ 18 ໂມງ 45 ນາທີ ຂອງວັນທີ 24 ກຸມພາ, ຕາມເວລາທ້ອງຖິ່ນ ເຮືອບິນພິເສດໄດ້ສົ່ງທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຖິງສະຫນາມບິນສາກົນ Changi, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສິງກະໂປ.

ທ່ານປະທານປະເທດ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສິງກະໂປ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ  ແລະ ພັນລະຍາ ຢູ່ ສະຫນາມບິນສາກົນ Changi. ພາບ: tuoitre.vn

ຕ້ອນຮັບທ່ານປະທານປະເທດ, ພັນລະຍາ ແລະ ຄະນະຜູ້ແທນຫວຽດນາມ ຢູ່ ສະຫນາມບິນ, ຝ່າຍ ສິງກະໂປ ມີທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດ ສິງກະໂປ, ທ່ານ Jaya Ratnam ເອກອັກຄະລັດຖະທູດ ສິງກະໂປ ປະຈຳຫວຽດນາມ. ສ່ວນ ຝ່າຍ ຫວຽດນາມ ມີທ່ານ ມາຍເຟືອກຢູ໋ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ພ້ອມດ້ວຍພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ.

ຕາມແຜນການ, ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະພົບປະກັບທ່ານປະທານາທິບໍດີ Halimah Yacob, ພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ ຫລີຊຽນຫລົງ, ພົບປະສົນທະນາກັບທ່ານປະທານສະພາແຫ່ງຊາດ Tan Chuan-Jin. ທີ່ການພົບປະຂັ້ນສູງຄັ້ງນີ້ ເພື່ອແນໃສ່ຊຸກຍູ້ບັນດາຂໍ້ຕົກລົງຮ່ວມມືສອງປະເທດຊື່ງໄດ້ລົງນາມ, ປຶກສາຫາລືບັນດາໂຄງການຮ່ວມມືໃຫມ່, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປໃຫ້ເລິກເຊິ່ງກວ່າອີກ. ບັນດາກະຊວງ, ຂະແຫນງການ, ວິສາຫະກິດ ສອງປະເທດ ກໍ່ຈະປຶກສາຫາລືບັນດາເອກະສານຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຖະແຫລງຂ່າວ ແລະ ສື່ສານ, ວິທະຍາສາດເຕັກໂນໂລຊີ..

ໃນການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ວິສາຫະກິດ ຫວຽດນາມ - ສິງກະໂປ, ໃຫ້ການຕ້ອນຮັບວິສາຫະກິດແຖວຫນ້າຂອງສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ