ທ່ານປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ເລີ່ມ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສະ​ຫະ​ພັນ​ລັດ​ເຊຍ​ ຢ່າງ​ເປັນ​ທາງ​ການ

(VOVWORLD) -ພິທີຕ້ອນຮັບ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທີ່ ສະໜາມບິນ Vnukovo.
ທ່ານປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ເລີ່ມ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສະ​ຫະ​ພັນ​ລັດ​ເຊຍ​ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ  (ພາບ: VOV)

ໃນຕອນບ່າຍຂອງວັນທີ 29 ພະຈິກ (ຕາມເວລາທ້ອງຖິ່ນ) ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປເຖິງສະໜາມບິນ Vnukovo ນະຄອນຫຼວງມົດສະກູ, ເລີ່ມຕົ້ນການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ ໂດຍຕອບສະໜອງຄຳເຊີນຂອງ ທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin. ພິທີຕ້ອນຮັບ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທີ່ ສະໜາມບິນ Vnukovo. ພາຍຫຼັງເພງຊາດຂອງສອງປະເທດໄດ້ສິ້ນສຸດ, ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ເຊີນ ທ່ານປະທານປະເທດ ຫງວຽນຊວນຟຸກ ກວດກອງກຽດຕິຍົດ.

ຕາມແຜນການ, ໃນຂອບເຂດການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະດຳເນີນການພົບປະສົນທະນາ, ພົບປະແລກປ່ຽນຄຳຄິດຄຳເຫັນກັບການນຳລັດ, Duma ແຫ່ງຊາດລັດເຊຍ, ສະພາປ້ອງກັນຄວາມສະຫງົບ ລັດເຊຍ. ທ່ານປະທານປະເທດ ຫງວຽນຊວນຟຸກ ຈະມີການພົບປະກັບບັນດາອົງການຈັດຕັ້ງມິດຕະພາບ ລັດເຊຍ-ຫວຽດນາມ, ໂອ້ລົມສົນທະນາກັບວິສາຫະກິດ ຫວຽດນາມ-ລັດເຊຍ ແລະ ຢ້ຽມຢາມບາງວິສາຫະກິດຂອງ ລັດເຊຍ ທ່ານປະທານປະເທດ ຫງວຽນຊວນຟຸກ ຈະພົບປະກັບປະທານພັກກອມມູນິດ ລັດເຊຍ; ຕ້ອນຮັບຄະນະສະຫະພັນນັກຮົບເກົ່າ, ສະມາຄົມມິດຕະພາບ ລັດເຊຍ-ຫວຽດນາມ; ເຂົ້າຮ່ວມພິທີປະກາດເປີດສາຍການບິນລະຫວ່າງ Ha Noi- Moscow ຂອງສາຍການບິນ Vietjet; ພົບປະກັບການນຳລຸ້ນຕ່າງໆ,   ຜູ້ຊ່ຽວຊານ ລັດເຊຍ ໃນບໍລິສັດຮ່ວມທຸລະກິດ Vietsovpetro ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງການສ້າງຕັ້ງ; ຢ້ຽມຢາມສະຖານທຸດ, ຜູ້ຕາງໜ້າບັນດາອົງການຂອງ ຫວຽດນາມ ຢູ່ ສະຫະພັນລັດເຊຍ; ພົບປະກັບຜູ້ຕາງໜ້າສະມາຄົມ ຊາວຫວຽດນາມ ອາໄສຢູ່ ສະຫະພາບລັດເຊຍ...

ເນື່ອງໃນໂອກາດນີ້, ບັນດາອົງການສື່ມວນຊົນໃຫຍ່ຂອງລັດເຊຍ ພ້ອມກັນລົງຂ່າວກ່ຽວກັບການຢ້ຽມຢາມ ສະຫະພັນລັດເຊຍ ຂອງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ. ການຢ້າມຢາມຈະເຮັດໃຫ້ການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ ແລະ ຍົກຂຶ້ນລະດັບສູງໃໝ່ໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ