ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີການຮ່ວມມືດ້ານເສດຖະກິດດິຈິຕອນໂດຍອີງໃສ່ 3 ເສົາຄ້ຳ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງວ່າ, ຫວຽດນາມໄດ້ກຳນົດວ່າ: ຂົງເຂດໃໝ່ແມ່ນເສດຖະກິດດີຈີຕອນ; ກໍາລັງການຜະລິດໃໝ່ ແມ່ນຊັບພະຍາກອນມະນຸດດີຈີຕອນ
ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີການຮ່ວມມືດ້ານເສດຖະກິດດິຈິຕອນໂດຍອີງໃສ່ 3 ເສົາຄ້ຳ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: TTXVN)
ຕອນເຊົ້າວັນທີ 18 ຕຸລາ, ຢູ່ ປັກກິ່ງ, ປະເທດຈີນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດເວທີປາໄສການຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 (BRF) ແລະ ມີບົດກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງກ່ຽວກັບເສດຖະກິດດີຈີຕອນ.

ໃນບົດກ່າວປາໄສ, ທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງວ່າ, ຫວຽດນາມໄດ້ກຳນົດວ່າ: ຂົງເຂດໃໝ່ແມ່ນ ເສດຖະກິດດີຈີຕອນ; ກໍາລັງການຜະລິດໃໝ່ ແມ່ນຊັບພະຍາກອນມະນຸດດີຈີຕອນ, ເຕັກໂນໂລຊີດີຈີຕອນ ແລະ ຂໍ້ມູນດີຈີຕອນ; ກຳລັງໜູນໃໝ່ແມ່ນນະວັດຕະກຳດີຈີຕອນ. ເພື່ອຮັບປະກັນຜົນປະໂຫຍດຢ່າງກົມກຽວ ລະຫວ່າງບັນດາປະເທດ ແລະ ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນທຸກຄົນໃນວິວັດການ ຫັນເປັນດີຈີຕອນ ແລະ ພັດທະນາເສດຖະກິດດີຈີຕອນ, ທ່ານປະທານປະເທດ ສະເໜີການຮ່ວມມື ດ້ານເສດຖະກິດດີຈີຕອນ ບົນພື້ນຖານ 3 ເສົາຄ້ຳຄື: ລະບອນລະບຽບການດີຈີຕອນ, ພື້ນຖານໂຄງລ່າງດີຈີຕອນ ແລະ ຊັບພະຍາກອນມະນຸດດີຈີຕອນ.

 “ການຮ່ວມມືກ່ຽວກັບລະບອບລະບຽບການດີຈີຕອນ ເພື່ອສ້າງບັນດາຂໍ້ກຳນົດໃຫ້ເໝາະສົມ, ຮັບປະກັນ ການລຸລ່ວງ, ຄວາມປອດໄພ, ຄວາມລັບດ້ານຂໍ້ມູນ, ພິເສດແມ່ນຂໍ້ມູນສ່ວນຕົວ; ສ້າງສະພາບແວດລ້ອມ ແຫ່ງການດຳເນີນທຸລະກິດທີ່ເປັນມິດ ແລະ ດຶງດູດໃຈ; ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ອະທິປະໄຕຂອງຊາດ. ປາດຖະໜາວ່າ ຈີນ ແລະ ບັນດາປະເທດ, ອົງການຈັດຕັ້ງສາກົນຈະແບ່ງປັນປະສົບການໃນການພັດທະນາ ການຄ້າເອເລັກໂຕນິກ ແລະ ໂຄງການການຊຳລະເອເລັກໂຕນິກທົ່ວປວງຊົນ. ການຮ່ວມມືດ້ານໂຄງລ່າງດີຈີຕອນ ເພື່ອພັດທະນາພື້ນຖານ ໂຄງລ່າງດີຈີຕອນ ຮັບປະກັນຄວາມສາມາດເຂົ້າຮ່ວມຂອງບັນດາປະເທດໃນພື້ນຖານ ເສດຖະກິດດີຈີຕອນ ທົ່ວໂລກ. ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາອົງການການເງິນສາກົນ, ວິສາຫະກິດທີ່ມີ ກຳລັງບົ່ມຊ້ອນຄົ້ນຄ້ວາ, ຮ່ວມມືລົງທຶນບັນດາໂຄງການພື້ນຖານໂຄງລ່າງຢູ່ ຫວຽດນາມ ກໍ່ຄືບັນດາປະເທດ ໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ