ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຂັ້ນ​ສູງການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ທາງ, ໜຶ່ງ​ເສັ້ນ​ທາງ”

(VOVWORLD) - ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຈີນ ແລະ ກໍ່ແມ່ນການເຄື່ອນໄຫວທາງດ້ານພົວພັນຫຼາຍຝ່າຍຄັ້ງທຳອິດຂອງທ່ານປະທານປະເທດ ຫວໍວັນເຖືອງໃນຖານະຕຳແໜ່ງໃໝ່.
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຂັ້ນ​ສູງການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ທາງ, ໜຶ່ງ​ເສັ້ນ​ທາງ” - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ສປປ.ຈີນ ສີຈິ້ນຜິງ, ຕອນເຊົ້າວັນທີ 17 ຕຸລາ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຍັງປັກກິ່ງ, ເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 17 – 20 ຕຸລາ.

ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຈີນ ແລະ ກໍ່ແມ່ນການເຄື່ອນໄຫວທາງດ້ານພົວພັນຫຼາຍຝ່າຍຄັ້ງທຳອິດຂອງທ່ານປະທານປະເທດ ຫວໍວັນເຖືອງໃນຖານະຕຳແໜ່ງໃໝ່. ນີ້ກໍ່ແມ່ນກອງປະຊຸມໜຶ່ງແລວທາງໜຶ່ງເສັ້ນທາງຄັ້ງທຳອິດ ພາຍຫຼັງໄລຍະຖືກຂາດວັກຂາດຕອນຍ້ອນພະຍາດໂຄວິດ - 19 ດັ່ງນັ້ນຈີນ ແລະ ບັນດາປະເທດຈິງຖືເປັນສຳຄັນ ແລະ ມີຄວາມເອົາໃຈໃສ່ເປັນພິເສດ.

ໂດຍຕອບສຳພາດຕໍ່ນັກຂ່າວໃນໂອກາດນີ້, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິງຫວູ ຢັ້ງຢືນວ່າ ການເດີນທາງໄປປະຕິບັດງານຢູ່ ຈີນ ຂອງທ່ານປະທານປະເທດ ຫວໍວັນເຖືອງ ມີຄວາມໝາຍສຳຄັນຍິ່ງໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ.

ໃນການພົວພັນຫຼາຍຝ່າຍ, ການເຂົ້າຮ່ວມຂອງທ່ານປະທານປະເທດ ຫວໍວັນເຖືອງ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຕໍ່ກັບລັດຫຼາຍຝ່າຍ ແລະ ຄວາມເປັນເຈົ້າການຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການຮ່ວມມື ແລະ ເຊື່ອມຕໍ່ເສດຖະກິດໃນພາກພື້ນ ແລະ ທົ່ວໂລກ.

ໃນການພົວພັນສອງຝ່າຍ, ການເດີນທາງປະຕິບັດງານຄັ້ງນີ້ ຂອງທ່ານປະທານປະເທດ ຫວໍວັນເຖືອງ ໂດຍການນຳສອງປະເທດຖືເປັນສຳຄັນທີ່ສຸດ. ນີ້ແມ່ນການເຄື່ອນໄຫວທາງການທູດຂັ້ນສູງໃນປີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ຫວຽດນາມ ແລະ ຈີນ (2008 - 2023). ການພົບປະລະຫວ່າງທ່ານ ປະທານປະເທດ ຫວໍວັນເຖືອງ ກັບການນຳຫຼັກແຫຼ່ງຂອງຈີນ ຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາທ່າພັດທະນາການພົວພັນ ກໍ່ຄືສ້າງບັນດາໂອກາດຮ່ວມມືໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ