ທ່ານ​ປະ​ທານ​ປະ​ເທດ ຫວ​ຽດ​ນາມ ຫງວຽນ​ຊວັນ​ຟຸກ: ຊຸກ​ຍູ້​ການ​ພົວ​ພັນ​​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ກັບ​ຕ່າງ​ປະ​ເທດເພື່​ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​

(VOVWORLD) - ທ່ານ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ໃນໄລຍະທີ່ຈະມາເຖິງ, ໃນສະພາບການໂລກລະບາດໂຄວິດ - 19 ຍັງຜັນແປຢ່າງສັບສົນ, ກຳລັງກອງທັບ, ຕຳຫຼວດ ແລະ ບັນດາກຳລັງທີ່ກ່ຽວຂ້ອງຕ້ອງສືບຕໍ່ສົມທົບກັນ, ປະສານສົມທົບຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.
ທ່ານ​ປະ​ທານ​ປະ​ເທດ ຫວ​ຽດ​ນາມ ຫງວຽນ​ຊວັນ​ຟຸກ: ຊຸກ​ຍູ້​ການ​ພົວ​ພັນ​​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ກັບ​ຕ່າງ​ປະ​ເທດເພື່​ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 7 ທັນວາ, ຢູ່ທຳນຽບປະທານປະເທດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ໄດ້ເປັນປະທານວາລະປະຊຸມຄັ້ງທີ 1 ຂອງ ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2021 – 2026. ທ່ານ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ໃນໄລຍະທີ່ຈະມາເຖິງ, ໃນສະພາບການໂລກລະບາດໂຄວິດ - 19 ຍັງຜັນແປຢ່າງສັບສົນ, ກຳລັງກອງທັບ, ຕຳຫຼວດ ແລະ ບັນດາກຳລັງທີ່ກ່ຽວຂ້ອງຕ້ອງສືບຕໍ່ສົມທົບກັນ, ປະສານສົມທົບຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຮັບປະກັນທິດນຳຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ; ສືບຕໍ່ເພີ່ມທະວີວຽກງານກຳແໜ້ນສະພາບການທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານເສດຖະກິດ, ໂດຍສະເພາະແມ່ນຕີລາຄາບັນດາຜົນກະທົບຈາກໂລກລະບາດໂຄ    ວິດ - 19 ຕໍ່ການເຄື່ອນໄຫວເສດຖະກິດ - ສັງຄົມຂອງ ຫວຽດນາມ ແລະ ສາກົນ.

ກ່ຽວກັບໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າກຳລັງກອງທັບຕ້ອງສືບຕໍ່ຄົ້ນຄວ້າເປິດກວ້າງກຳລັງ ແລະ ບໍລິເວນເຂົ້າຮ່ວມ. ໂດຍສະເພາະກຳລັງຕຳຫຼວດສຸມໃສ່ຍູ້ແຮງວຽກງານບຳລຸງສ້າງ, ຝືກອົບຮົມເພື່ອກະກ່ຽມສົ່ງພະນັກງານ, ນາຍທະຫານເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ