ທ່ານ​ປ​ະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ​ເດີນ​ທາງອອກ​ຈາກ​ນະ​ຄອນ ນິວ​ຢອກ (ອາ​ເມ​ລິ​ກາ) ກັບ​ເມືອ​ປະ​ເທດ

(VOVWORLD) -ຕອນບ່າຍວັນທີ 24 ກັນຍາ (ຕາມເວລາ ທ້ອງຖິ່ນ) ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ ເດີນທາງອອກຈາກນະຄອນ ນິວຢອກ, ກັບມາ ຫວຽດນາມ, ສິ້ນສຸດການເຂົ້າຮ່ວມກອງປະຊຸມປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່, ສປຊ ຊຸດທີ 76  ແລະ ປະຕິບັດການເຄື່ອນໄຫວຈຳນວນໜຶ່ງຢູ່ ອາເມລິກາ ແຕ່ວັນທີ 21 ຫາວັນທີ 24 ກັນຍາ ຢ່າງຈົບງາມ.
ທ່ານ​ປ​ະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ​ເດີນ​ທາງອອກ​ຈາກ​ນະ​ຄອນ ນິວ​ຢອກ (ອາ​ເມ​ລິ​ກາ) ກັບ​ເມືອ​ປະ​ເທດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເດີນທາງອອກຈາກນະຄອນ ນິວຢອກ, ກັບມາ ຫວຽດນາມ (ພາບ: TTXVN)

ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານປະທານາທິບໍດີ ເຢຍລະມັນ Frank – Walter Steinmerier. ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງ ລັດຖະບານ ເຢຍລະມັນ ທີ່ໄດ້ໃຫ້ການໜູນຊ່ວຍວັກຊິນ ກໍຄືວັດຖຸອຸປະກອນການແພດໃຫ້ແກ່ຫວຽດນາມ. ທ່ານ ຫງວຽນຊວັນຟຸກ ສະເໜີ ເຢຍລະມັນ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ.

        ການນຳສອງປະເທດ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນຮັກສາສັນຕິພາບ, ຊຸກຍູ້ການປະຕິບັດກົດໝາຍສາກົນ.

        ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ໄປວາງພວງມາລາຢູ່ອະນຸສາວະລີແຫ່ງຊາດ 11 ກັນຍາ - ເຊິ່ງແມ່ນກິດຈະກຳອາໄລຫາຜູ້ປະສົບເຄາະຮ້າຍຈາກເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນໃນວັນທີ 11 ກັນຍາ 2001 ຢູ່ ນະຄອນ ນິວຢອກ.

ຕອບກັບ

ຂ່າວ/ບົດ​ອື່ນ