ທ່ານປະທານປະເທດ ເຂົ້າຮ່ວມກອງປະຊຸມໃຫຍ່ທະນາຍຄວາມຫວຽດນາມ ຄັ້ງທີ12

ທ່ານປະທານປະເທດ ເຂົ້າຮ່ວມກອງປະຊຸມໃຫຍ່ທະນາຍຄວາມຫວຽດນາມ ຄັ້ງທີ12 - ảnh 1
ທ່ານ​ປະທານ​ປະ​ເທດ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​
ທະນາຍຄວາມ​ຫວຽດນາມ ຄັ້ງທີ 12
(ພາບ: vovgiaothong.vn)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມທະນາຍຄວາມ​ຫວຽດນາມ ຄັ້ງ​ທີ 12 ອາຍຸ​ການ 2014 – 2019, ຕອນ​ເຊົ້າ​ວັນ​ທີ 20/09, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ ປະ​ເທດ​ຊາດ​ພວມ​ຢື່ນຢູ່​ຕໍ່ໜ້າກາລະ​ໂອກາດ​ພັດທະນາ​ໃໝ່ ​ແຕ່ກໍ່​ມີ​ສິ່ງ​ທ້າ​ທາຍ​, ຫຍຸ້ງຍາກຫຼາຍ​ຢ່າງ, ​ໃນນັ້ນ​ມີ​ບັນດາ​ໄພ​ນາບ​ຂູ່​ເຖິງ​ວິວັດ​ການ​ພັດທະນາ​ປະທດຊາດ. ​ໃນ​ສະພາບ​ການ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ ຍິ່ງ​ກວ່າ​ເວລາ​ໃດ​ໝົດ ໜ້າ​ທີ່​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນຍິ່ງຕ້ອງ​ໄດ້​ຮັບ​ຖື​ເປ​ັນສຳຄັນ. ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ສະມາຄົມ​ທະນາຍຄວາມ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ກຳລັງ​ທີ່​ຂາດ​ບໍ່​ໄດ້ ​ເພື່ອ​ປະກອບສ່ວນ​ປົກ​ປ້ອງ​ຍຸຕິ​ທຳ ​ແລະ ຄວາມ​ຍຸ​ຕິ​ທຳ​​ສັງຄົມ, ຮ່ວມ​​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ພັກ, ລັດ​ໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ. ​ເພື່ອ​ປະຕິບັດ​ໜ້າ​ທີ່​ດັ່ງກ່າວ​ໃຫ້​ສຳ​ເລັດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ວ່າ.

        “ສະມາຄົມ​ທະນາຍຄວາມ​ຫວຽດນາມ ​ຄວນເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ຫັນ​ການ​ເຄື່ອນ​ໄຫວ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ສືບ​ຕໍ່​ເປີດ​ກວ້າງ ​ແລະ ຍົກ​ສູງ​ຖັນ​ແຖວ​ນັກທະນາຍຄວາມ, ຍົກ​ສູງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຈັນ​ຍາ​ບັນ ​ແລະ ​ຄວາມ​ສາມາດ​ວິຊາ​ຊີບ ​ໃນ​ຖັນ​ແຖວ​ຂອງ​ຕົນ ພ້ອມ​ທັງ​ເອົາ​ໃຈ​ໃສ່​ບຳລຸງ​ສ້າງ, ຝຶກ​ຝົນ​ຫຼໍ່​ຫຼອມ ​ແລະ ດຶງ​ດູດ​ບັນດາ​ທະນາຍຄວາມ​ໜຸ່ມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ. ສະມາຄົມ​ຕ້ອງ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ດ້ານ​ກົດໝາຍ​ໃຫ້ຄົນ​ທຸກ​ຍາກ, ​ເປົ້າ​ໝາຍ​ນະ​ໂຍບາຍ; ​ເຂົ້າ​ຮ່ວມ​ການ​ປົກ​ປ້ອງ​ສິດທິມະນຸດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ລັດ ​ແລະ ພົນລະ​ເມືອງ”.


ຂ່າວ/ບົດ​ອື່ນ