ທ່ານປະທານປະເທດ ເຈີ່ນດ້າຍກວາງ ສົ່ງຈົດໝາຍອວຍພອນ AIPA -38

(VOVWORLD) - ເນື່ອງໃນໂອກາດກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 38 (AIPA 38) ໄດ້ຈັດຕັ້ງຢູ່ ມານີລາ, ປະເທດ ຟີລິບປິນ ແຕ່ວັນທີ 14 -20 ກັນຍາ 2017, ວັນທີ 12 ກັນຍາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ Pantaleon Alvarez, ປະທານສະພາຕ່ຳ ຟີລິບປິນ, ປະທານ AIPA 38.


ໃນຈົດໝາຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຂຽນວ່າ: ຫວຽດນາມ ຕີລາຄາສູງຫົວຂໍ້ຂອງ AIPA 38 ແມ່ນ “AIPA ແລະ ອາຊຽນ: ຄູ່ຮ່ວມມືເພື່ອການປ່ຽນແປງຮອບດ້ານ”, ສະແດງໃຫ້ເຫັນບາດກ້າວພັດທະນາສຳຄັນ ແລະ ຫວັງວ່ານຳມາເຊິ່ງພະລັງຊີວິດໃໝ່ໃຫ້ແກ່ AIPA ແລະ ອາຊຽນ, ມຸ່ງໄປເຖິງອະນາຄົດອັນດີງາມກ່ວາໃຫ້ແກ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ກໍ່ຄືແຕ່ລະປະເທດ, ແຕ່ລະລັດຖະສະພາສະມາຊິກ. AIPA 38 ໄດ້ຮັບການຈັດຕັ້ງໃນສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນ, ວ່ອງໄວ, ຍາກທີ່ຄາດຄະເນລ່ວງໜ້າໄດ້. ປະຊາຄົມ ອາຊຽນ ໄດ້ມານະພະຍາຍາມ ຮັກສາຄວາມສາມັກຄີ, ຄວາມເປັນເອກະພາບ, ສ້າງສາ ແລະ ພັດທະນາປະຊາຄົມດ້ວຍວິໄສທັດຮອດປີ 2025, ປັບປຸງບົດບາດໃຈກາງຂອງ ອາຊຽນ ໃນການຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ຮັກສາ, ຊຸກຍູ້ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ