ທ່ານປະທານປະເທດ ເຈືອງເຈີນຊາງ ເຂົ້າຮ່ວມການຍ່າງ ຕອບສະໜອງວັນສາກົນເພື່ອຄົນພິການ

ທ່ານປະທານປະເທດ ເຈືອງເຈີນຊາງ ເຂົ້າຮ່ວມການຍ່າງ ຕອບສະໜອງວັນສາກົນເພື່ອຄົນພິການ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ເຂົ້າ​ຮ່ວມ​ການ​ຍ່າງ ຕອບ​ສະໜອງ​ວັນ​ສາກົນ​ເພື່ອ​ຄົນ​ພິການ
(ພາບ: baomoi.com)


(vovworld) – ຕອນ​ເຊົ້າ​ວັນ​ທີ 01/12, ຢູ່​ເມືອງ 7, ນະຄອນ​​ໂຮ່ຈິ​ມິນ,  ​ໄດ້​ດຳ​ເນີນ​ການຍ່າງ “ພ້ອມກັນ​ແບ່ງປັນຄວາມຮັກແພງ” ​ແນ​ໃສ່​ຕອບ​ສະໜອງ​ວັນ​ສາກົນ​ເພື່ອ​ຄົນ​ພິການ 03/12.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ຂອງຂວັນ 12 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 5 ລ້ານ​ດົງ ​ໃຫ້​ແກ່ 12 ​ແບບຢ່າງ​ດີ​ເດັ່ນເຊິ່ງ​ແມ່ນ​ເດັກ​ພິການ ທີ່​ຕາງໜ້າ​ໃຫ້​ບັນດາ​ເຂດ​ແຂ້ວ​ນ​ໃນ​ທົ່ວ​ປະ​ເທດ. ນ້ອງ ຟາ​ນທິຣ໋າດ, ບ້ານ​ເກີດ​ ​ຢູ່​ແຂ​ວງ ນິງທ້ວນ, ​ເປັນ​ໜຶ່ງ​ໃນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ທີ່​ໄດ້​ຮັບ​ຂອງຂວັນ ສະ​ແດງ​ຄວາມ​ເຫັນ​ວ່າ.

    “ນ້ອງ​ເຫັນ​ວ່າ​ຕົນ​ເອງ​ມີ​ຄວາມ​ໂຊກ​ດີ​ ​ແລະ ​ເປັນ​ກຽດ​​ແມ່ນ​ໜຶ່ງ​ໃນ​ບັນດາ​ພວກ​​ເດັກ​ໄດ້​ຮັບ​ຂອງຂວັນ​ຈາກ​ປະທານ​ປະ​ເທດ. ນ້ອງ​ຫວັງ​ວ່າ, ພັກ ​ແລະ ລັດ ຈະ​ເອົາ​ໃຈ​ໃສ່​​ເຖິງ​ພວກ​ເພື່ອ​ນ​ກວ່າ​ອີກ ​​ເພື່ອ​ໃຫ້​ພວກ​​ເພື່ອນ​ມ​ີມານະ​ຈິດ​​ປືນຕົວ​ຂຶ້ນ”.

    ກອນ​ໜ້າ​ນັ້ນ​ຄື​ໃນ​ວັນ​ທີ 30/11, ຢູ່​ຮ່າ​ໂນ້ຍ ໄດ້​ຈັດ​ວັນ​ສາກົນ​ເພື່ອ​ຄົນ​ພິການ​ຢ່າງ​ສົມ​ກຽດເຊັ່ນ​ດ່ຽວ​ກັນ, ວັນ​ສາກົນ​ເພື່ອ​ຄົນ​ພິການ​ປີ​ນີ້ມີຫົວ​ຂໍ້​ວ່າ “ລົບ​ລ້າງ​ຮົ້ວ​ກີດຂວາງ, ​ເປີດ​ປະຕູ​ເພື່ອ​ໂລກ​ເຊື່ອມ​ໂຍງ​ຂອງທຸກໆ​ຄົນ”. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທ​ດຫວຽດນາມ ຫງວຽນທ້ຢວານ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸຊົນ, ບັນດາ​ອົງການ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ສືບ​ຕໍ່​ຊ່ວຍ​ເຫຼືອ​ຄົນ​ພິການ ​ເພື່ອ​​ໃຫ້​ເຂົາ​ເຈົ້າ​​ເພີ່ມ​ຄວາມ​ໄວ​ເນື້ອ​ເຊື່ອ​ໃຈ ​ແລະ ມີ​ມາລະ​ຈິ​ດປືນ​ຕົວ​ຂຶ້ນ​ໃນ​ຊີວິດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ປາດ​ຖະໜາ​ວ່າ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະມາຄົມ​ຄົນພິການ​ຈະ​ມານະ​ພະຍາຍາມ​ແມ່ນ​ສະຖານ​ທີ່​​ໄວ້​ວາງ​ໃຈ​ຊ່ວຍ​ເຫຼືອຄົນ​ພິການ. ທ່ານ​ນາງ​ກໍ່​ຫວັງ​ວ່າ ຄົນ​ພິການ​ສືບ​ຕໍ່​ປືນ​ຕົວ​ຂຶ້ນ​ຜ່ານຜ່າ​ບັນດາ​ຮົ້ວ​ກີດຂວາງ​ຂອງ​ຕົນ​ເອງ, ຕັດສິນ​ໃຈສູ້​ຊົນ, ​​ ​ກ້າຫານເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ຂອງວົງ​ຄະນະ​ຍາດ ​ແລະ ສັງຄົມ​ຫຼາຍກວ່າ​ອີກ.

ຂ່າວ/ບົດ​ອື່ນ