ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ຄະນະຜູ້ແທນບັນດາ ກຸ່ມບໍລິສັດ, ວິສາຫະກິດຍີ່ປຸ່ນ

ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ຄະນະຜູ້ແທນບັນດາ ກຸ່ມບໍລິສັດ, ວິສາຫະກິດຍີ່ປຸ່ນ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມເຈືອງ​ເຕີນ​ຊາງ
photo:internet


(vovworld)- ຕອນ​ບ່າຍ​ວັນ​ທີ 22/11, ທີ່​ການ​ຕ້ອນຮັບ​ທ່ານ Nakagaki Yoshihiko, ຮອງ​ປະທານ​ສະຫະ​ສະມາຄົມ​ສົ່ງ​ເສີມ​ການ​ທູດ​ປະຊາຊົນ​ຍີ່​ປຸ່ນ(FEC), ທັງ​ເປັນ​ປະທານຄະນະ​ກຳ​ມະການ​ວັດທະນະທຳ ​ແລະ ​ເສດຖະກິດ​ຍີ່ປຸ່ນ ຊື່ງໄດ້ນຳ​ຫນ້າ​ຄະນະ​ຜູ້​ແທນ​ບັນດາ​ກຸ່ມ​ບໍລິສັດ​ວິ​ສາ​ຫະກິດ​ຂອງ​ຍີ່​ປຸ່ນ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ປະທານ​ປະ​ເທດ​ຫວຽດນາມເຈືອງ​ເຕີນ​ຊາງ ​ ​ຕີ​ລາຄາ​ສູງ​ບັນດາ​ວິ​ສາ​ຫະກິດ​ຍີ່​ປຸ່ນ ​ໄດ້​ຕັ້ງຫນ້າ​ເຂົ້າ​ຮ່ວມການ​ລົງທຶນ, ​ເປີດກວ້າງ​ຂອບ​ຂະຫນາດ​ໂຄງການ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນຢັນວ່າ: ຫວຽດນາມ ​ໄດ້​ປະກາດ​ໃຊ້​ຫລາຍ​ກົນ​ໄກ​ນະ​ໂຍບາຍ​ຢ່າງ​ສະດວກ​ສະບາຍ​ສົມທົບ​ກັບ​ການ​ບໍລິຫາ​ນຢ່າງ​ມີ​ໄຫວ​ພິບ ​ເພື່ອ​ຕອບ​ສະຫນອງ​ຄວາມ​ມຸ່ງຫວັງ​ຂອງ​ບັນດາ​ວິ​ສາ​ຫະກິດ​ຢາກ​ມີ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ເປັນ​ປົກກະຕິ ​ແລະ ສະດວກ. ຫວຽດນາມ ພະຍາຍາມ​ຢ່າງ​ສູງ​ສຸດ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ​ແຫ​ລ່ງຊັບພະຍາກອນ​ມະນຸດ, ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ໂທລະ​ຄົມມະນາຄົມ, ​ເພື່ອ​ປົວ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນຢັນ: ຫວຽດນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍີ່​ປຸ່ນ ມີຄວາມໝັ້ນ​ໃຈ​ລົງທຶນ​ຢ່າງ​ຍາວ​ນານ​ຢູ່​ຫວຽດນາມ ຕາມ​ຂໍ້​ກຳນົດ​ປະ​ຈຸ​ບັນ.

ຂ່າວ/ບົດ​ອື່ນ