ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ຜູ້ຕາງໜ້າດ້ານການຄ້າອາເມລິກາ

ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ຜູ້ຕາງໜ້າດ້ານການຄ້າອາເມລິກາ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ຕ້ອນຮັບທ່ານເອກອັກຄະລັດຖະທູດ Michael Froman
(ພາບ: TTXVN)


(vovworld) – ​​ຕອນ​ບ່າຍວັນທີ 22/10, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Michael Froman, ຜູ້ຕາງ​ໜ້າດ້ານ​ການ​ຄ້າ​ອາ​ເມ​ລິ​ກາ, ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຊົມ​ເຊີຍ​ການ​ສົມທົບ​ກັນ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ​ແລະ ອາ​ເມລິ​ກາ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ເສດຖະກິດ​ການ​ຄ້າ. ບົນ​ຈິດ​ໃຈ​ນັ້ນ, ທ່າ​ນປະ​ທານປະ​ເທດ ປາດ​ຖະໜາ​ວ່າ, ອາ​ເມ​ລິ​ກາ ຈະ​ເອົາ​ໃຈ​ໃສ່​ເຖິງ​ປະຊາ​ຄົມ​ອາ​ຊຽນ ກວ່າ​ອີກ ດ້ວຍ​ບົດ​ບາດ​ແມ່ນ​ຄູ່​ຮ່ວມ​ມື​ໃຫຍ່​ຂອງ​ອາ​ເມ​ລິ​ກາ ຢູ່​ພາກ​ພື້ນ. ​ເນັ້ນ​ໜັກ​ວ່າ ການ​ເຈລະຈາ TPP ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ພົວ​ພັນ​ລະຫວ່າງ 2 ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຖື​ວ່າ, ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດຂອງ​ຕົນ​ເພື່ອ​ຮັດ​ແຄບ​ຊ່ອງ​ຫວ່າງ​ດ້ານ​ເສດຖະກິດກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ​ປະທານ​ກໍ່​ມີ​ທັດສະນະດຽວ​ທີ່​ວ່າ 2 ຝ່າຍ​​ບັນລຸ​ໄດ້ບັນດາ​ບາດກ້າວ​ສຳຄັນ​ໃນ​ການ​ເຈລະຈາ, ປາດ​ຖະໜາ​ວ່າ ຫວຽດນາມ ​ແລະ ອາ​ເມລິ​ກາ ຈະ​ສືບ​ຕໍ່​ຮ່ວມ​ມື, ຊຸກຍູ້​ວິວັດ​ການ​ເຈລະຈາ​ໃຫ້​ບັນລຸ​ຜົນສຳ​ເລັດ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ