ທ່ານປະທານປະເທດ ເຈືອງເຕີນຊາງ ປຸກລະດົມງານບຸນປູກຕົ້ນໄມ້

ທ່ານປະທານປະເທດ ເຈືອງເຕີນຊາງ ປຸກລະດົມງານບຸນປູກຕົ້ນໄມ້ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ເຂົ້າຮ່ວມພິທີ​ປູກ​ຕົ້ນ​ໄມ້
(ພາບ: vietnamnet.vn)


(vovworld) -     ຕ​ອນ​​ເຊົ້າ​ວັນ​ທີ 18/02 (ກົງ​ກັບ​ວັນ​ທີ 9 ​ເດືອນ​ຈຽງ, ປີ​ມະ​ເສ​ງ 2013 ), ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ​ຫວຽດນາມ ​ສົມທົບ​ກັບ​ແຂວງ ບັກຢາງ ຈັດ​ຕັ້ງ​ພິທີ​ປຸກລະດົມງານ​ບຸນປີ​ໃໝ່ ປູກ​ຕົ້ນ​​ໄມ້ຢູ່​ເຂດ​ປູຊະນີຍະສະຖານ ​ໂຮ໋ຈ໋ວຍ, ຕາ​ແສງ ຟົ່ນ​ເຊືອງ, ​ເມືອງ ອຽນ​ເທ໋, ​ແຂວງ ບັ໋ກຢາງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ.

“ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ງານ​ບຸນ​ປູກ​ຕົ້ນ​​ໄມ້, ຕົ້ນ​​ໄມ້ກິນ​ໝາກ, ຕົ້ນ​ໄມ້​ເພື່ອ​ປຸງ​ສ້າງ, ​ໄມ້ກັນ​ລົມ, ຂີ້​ຊາຍ, ປ້ອງກັນຄັນຄູ, ຕ້ານ​ການ​ເຊາະ​ເຈື່ອນ; ປູກ​ຕົ້ນ​​ໄມ້​ຢູ່​ບັນດາ​ເຂດ​ຕົວ​ເມືອງ, ​ເຂດ​ອຸດສາຫະກຳ, ​ໃນ​ບ້ານ, ລຽບຕາມເສັ້ນທາງ​ຄົມ​ມະ​ນາຄົມຊົນນະບົດ, ​ເຂດ​​ແຄມຝັ່ງທະ​ເລ, ​ເຂດ​ທະ​ເລ​ໝູ່​ເກາະ, ​ໂນນ​ພູ... ​ໃຫ້​ເໝາະ​ສົມ​ກັບ​ເງື່​ອນ​ໄຂ​ຂອງແຕ່ທ້ອງ​ຖິ່ນ. ພ້ອມກັນ​ນັ້ນ, ຕ້ອງ​ຍົກ​ສູງ​ສະຕິ​ ​ແລະ ມີ​ມາດ​ຕະການ​ຕ່າງໆ​ຢ່າງ​ແທດ​ຈິ່ງ​ເພື່ອ​ປົກ​ປັກ​ຮັກສາ​ປ່າ, ປະກອບສ່ວນ​ພັດທະນາ​ເສດຖະກິດ, ຍົກ​ສູງ​ລາຍ​ຮັບ, ຄຸນ​ນະພາ​ບຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ, ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ​ໃຫ້​ລຸ່ນລູກ​ລຸ່ນຫຼານ”.

ເນື່ອງ​ໃນ​ໂອກາດ​ລົງ​ຢ້ຽມຢາມ​ເຂດ​ດິນ​ແດນ​ແຫ່ງ​​ປະຫວັດສາດ ອຽນ​ເທ໋, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ບັນດາ​ຜູ້​ແທນ​ໄດ້ຖະຫວາຍທູບ​ທຽນ​ຢູ່​ເຂດປູຊະນີຍະສະຖານລຸກ​ຮື້​ຂຶ້ນ ອຽນ​ເທ໋. ອວຍ​ພອນ​ອົງຄະ​ນະ​ພັກ​ ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​​ແຂວງ​ບັ໋ກຢາງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຫວັງ​ວ່າ ​ແຂວງ ບັກຢາງ ຈະ​ກາຍ​ເປັນ​ແຂວງ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ​ໃນ​ຂະ​ບວນການ​ກະສິກຳ, ປູກ​ຕົ້ນ​ໄມ້, ປົກ​ປັກ​ຮັກສາ​ປ່າ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່.

ຂ່າວ/ບົດ​ອື່ນ