ທ່ານປະທານປະເທດ ເຈືອງເຕີນຊາງ ພົບປະກັບນັກຮຽນຮູ້, ປັນຍາຊົນຈີນ

ທ່ານປະທານປະເທດ ເຈືອງເຕີນຊາງ ພົບປະກັບນັກຮຽນຮູ້, ປັນຍາຊົນຈີນ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ພົບ​ປະ​ກັບ​ບັນດາ​ພະນັກງານ, ພາລະ​ກອນ​ສະມາຄົມ​ມິດຕະພາບ...
(ພາບ: truongtansang.net)


(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດສປ ຈີນ, ຕອນ​ຄໍ່າ​ວັນ​ທີ 20/06, ຢູ່​ສະຖານທູດ​ຫວຽດນາມ ທີ່ປັກ​ກິ​ງ, ປະ​ເທດ​ຈີນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ພົບ​ປະ​ກັບ​ບັນດາ​ພະນັກງານ, ພາລະ​ກອນ​ສະມາຄົມ​ມິດຕະພາບ, ອະດີດ​ທີ່​ປຶກສາ​ການ​ທະຫານ, ອະດີດ​ເຈົ້າ​ໜ້າທີ່​ການ​ທູດ, ນັກຮຽນ​ຮູ້, ປັນຍາ​ຊົນ​ຈີນ, ຊາວໜູ່ມ, ນັກ​ສຶກສາ​ຈີນ.

        ​ໃນ​ຈຳນວນ​ບັນດາ​ຜູ້​ຕາງໜ້າ​ໃນ​ການ​ພົບ​ປະ, ມີ​ຫຼາຍ​ຄົນ​ມີ​ຄວາມ​ຜູກ​ພັນ​ປະ​ເທດຊາດ ​ແລະ ປະຊາຊົນ​ຫວຽດນາມ​ຜ່ານ​ບັນດາ​ຕຳ​ແໜ່​ງຄື: ອະດີ​ດ​ເອກ​ອັກຄະ​ລັດຖະທູດ, ຜູ້​ຕິດ​ຕໍ່ສື່ສານ, ພາລະ​ກອນ​ສາ​ທາລະນະ​ສຸກ​ໄດ້​ເບິງ​ແຍງ​ປະທານ​ໂຮ່ຈິ​ມິນ, ອະດີດ​ທະຫານ, ນັກ​ສິລະ​ປີນ... ທີ່​ເຄີຍ​ຮໍ່າຮຽນ​​ ແລະ​ ປະຕິບັດ​ງານ​ຢູ່​ຫວຽດນາມ.

        ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ, ​ໂດຍ​ແມ່ນ​ຊາດ​ທີ​ຊັດ​ຊື່, ຖື​ຄວາມ​ຮັກ​​ແພງ​ເປັນ​ສຳຄັນ, ຍາມ​ໃດ​ຫວຽດນາມ ກໍ​ຈົດ​ຈຳ ​ແລະ ຖື​ເປັນ​ສຳຄັນ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຈີນ ທີ່​ມີ​ຕໍ່​ພາລະກິດ​ປະຕິ​ວັດຂອງ​ຫວຽດນາມ. ຫວຽດນາມ ມີ​ທັດສະນະ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຖື​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ຈີນ​ ເປັນ​ສຳຄັນ, ຖື​ນີ້​ແມ່ນ​ນະ​ໂຍບາຍ​ພື້ນຖານ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍາວ​ນານ ​ແລະ ​ໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ. ຄຽງ​ຂ້າງ​ບັນດາ​ຜົນງານ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ປະທານ​ປະ​ເທດ​ກໍ​ຖື​ວ່າ ​ແມ່ນ 2 ປະ​ເທດ​ບ້ານ​ໄກ້​​ເຮືອນ​ຄຽງ ສະ​ນັ້ນບໍ່​ອາດ​ຫຼີກ​ເວັ້ນບັນດາ​ບັນຫາທີ່​ບໍ່​ລົງ​ລອຍ​ກັນ, ໃນ​ນັ້ນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ. ທ່ານ​ປະທາ​ນປະ​ເທດ​​ເຊື່ອ​ໝັ້ນ​ວ່າ ດ້ວຍ​ເຈດ​ຕະນາ​ດີ ​ແລະ ຄວາມ​ມານະ​ພະຍາຍາມ​ລວມຂອງ​ທັງ 2 ຝ່າຍ, ພ້ອມ​ກັບ​ບົດຮຽນ​ແກ້​ໄຂ​ບັນດາ​​ບັນຫາຊາຍ​ແດນທາງບົກ ​ແລະ ​ແບ່ງ​ກຳນົດ​ເຂດອ່າວ​ພາກ​ເໜືອ, ຫວຽດນາມ ​ແລະ ຈີນ ສາມາດຕັດສິນ​ໃຈ, ມີກຳລັງ​ຄວາມ​ສາມາດ, ພູມ​ປັນຍາ ​ແລະ ຄຸນ​ນະ​ທາດ​​ຢ່າງ​ພຽງ​ພໍເພື່ອ​ແກ້​ໄຂ​ຢ່າງ​ສົມ​ເຫດ​ສົມ​ຜົນ​ບັນດາ​ບັນຫາ​ທະ​ເລ ​ໃຫ້​ເໝາະ​ສົມ​ກັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ກໍ​ຄື​ກົດໝາຍ ​ແລະ ພຶດຕິ​ກຳສາກົນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນ​ັ້ນໜັກ​ວ່າ.

        “​ໃນ​ພຶດຕິ​ກຳປະ​ຫວັດ​ສາດ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ມີ​ພຽງ​​ແຕ່​ນ້ຳ​ໃຈ​ມິດຕະພາບ, ການ​ຮ່ວມ​ມື ​ແລະ ພ້ອມ​ກັນ​ພັດທະນາ​ບົນ​ພື້ນຖານ​ສະ​ເໝີ​ພາບ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ ຈຶ່ງ​ແມ່ນ​ການ​ເລືອກ​ທີ່​ຖືກຕ້ອງ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ 2 ປະ​ເທດ.”

        ທ່ານ​ປະທານ​ປະ​ເທດ​ປາດ​ຖະໜາ​ວ່າ ບັນດາ​ອະດີດຜູ້​ຊ່ຽວຊານ, ນັກຮຽນ​ຮູ້, ປັນຍາ​ຊົນ​ ​ແລະ ບັນດາ​ໄວ​ໜຸ່ມຈີນ ຈະ​ສືບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ຊຸກຍູ້​ການ​ພັດທະນາ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ