ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ຕຳຫຼວດນະຄອນຫຼວງ ຮ່າໂນ້ຍ

ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ຕຳຫຼວດນະຄອນຫຼວງ ຮ່າໂນ້ຍ - ảnh 1

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມ ​ແລະ ອວຍພອນປີ​ໃໝ່ຕຳຫຼວດ​ນະຄອນຫຼວງ ຮ່າ​ໂນ້ຍ

(ພາບ: http://truongtansang.net)

ຕອນ​ເຊົ້າ​ວັນ​ທີ 30/1, ​ເມື່ອ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຕຳຫຼວດ​ນະຄອນຫຼວງ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ອວຍພອນ​ບັນ​ດາ​ພະນັກງານ, ຕຳຫຼວດ​ນະຄອນຫຼວງ​ທີ່​ໄດ້ສ້າງ​ວິລະ​ກຳ​ຫຼາຍ​ຢ່າງ  ສົມ​ເປັນ​ຫົວໜ່ວຍ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ທີ່ໄດ້​ຮັບ​ຫຼຽນ​ໄຊ​ດາວ​ຄຳ ຈາກ​ພັກ ​ແລະ ລັດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ບັນດາ​ວິລະ​ກຳຂອງ​ກຳລັງ​ຕຳຫຼວດ​ນະຄອນຫຼວງ​ໃນ​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ​ໄດ້​ຕັກ​ເຕືອນ​ວ່າ: ປີ 2012, ສະພາບ​ການ​ພາຍ​​ໃນ ​ແລະ ຕ່າງປະ​ເທດ​ມີ​ທັງບັນ​ດາຄວາມສະດວກ ​ແລະ ຄວາມ​ຫຍູ້​ງຍາກ, ສິ່ງ​ທ້າ​ທາຍຫຼາຍຢ່າງ. ດັ່ງ​ນັ້ນ, ກຳລັງ​ຕຳຫຼວດ​ເວົ້າ​ລວມ ​ແລະ ຕຳຫຼວດ​ນະຄອນຫຼວງ​ເວົ້າ​ສະ​ເພາະ​ຕ້ອງ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະ​ດິດສ້າງ​ຮັບ​ມືກັບ​ທຸກໆກົນອຸບາຍ​ສົ່ງ​ຜົນ​ຮ້າຍ​ເຖິງ ສະພາບ​ຄວາມ​ມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຂອງ​ປະ​ເທດຊາດ ​ແລະ ພິ​ເສດ​ແມ່ນ​ຂອງ​ນະຄອນຫຼວງ. ທ່ານ​ເວົ້າ​ວ່າ:

“​ໂດຍ​ເປັນ​ຕຳຫຼວດ​ປະຊາ​ຊົນ, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ປັດ​​ໃຈ​ເກີດ​ຂຶ້ນ, ການ​ກະທົບ​ທີ່​ພາ​ໄປ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ​ໃນ​ຖານະ​ແມ່ນ​ຫົວໜ່ວຍ​ຈຸດ​ສຸມ​ຄື​ແນວ​ນັ້ນ, ບັນດາ​ພະນັກງານ, ນັກຮົບ​ຄວນ​ຮູ້​ບັນ​ດາ​ປັດ​​ໃຈ​ທີ່ສົ່ງ​ຜົນ​ກະທົບ​ເຖິງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢ່າງ​ເລິກ​ເຊິ່ງກ່ວາ, ​ເຮັດ​​ໄດ້​ຄື​ແນວ​ນັ້ນ​ຈຶ່ງ​ສົມ​ເປັນ​ຫົວໜ່ວຍ​ຈຸດ​ສຸມ​ຂອງ​ຕຳຫຼວດ​ນະຄອນຫຼວງ”

ຂ່າວ/ບົດ​ອື່ນ