ທ່ານປະທານປະເທດ ເຈືອງເຕີນຊາງ ລົງ ອວຍພອນປີໃໝ່ຜູ້ຕາງ ໜ້າວົງຄະນະຍາດຊົນ ເຜົ່າຫວຽດນາມ

ທ່ານປະທານປະເທດ ເຈືອງເຕີນຊາງ ລົງ ອວຍພອນປີໃໝ່ຜູ້ຕາງ ໜ້າວົງຄະນະຍາດຊົນ ເຜົ່າຫວຽດນາມ - ảnh 1

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ລົງ​ອວຍພອນ​ປີ​ໃໝ່​ຜູ້ຕາງ​ໜ້າວົງ​ຄະນະ​ຍາດ​ຊົນ​ເຜົ່າຫວຽດນາມ

(ພາບ: quehuongonline.vn)

(vov world) ຕອນ​ເຊົ້າ​ວັນທີ 4/2, ຢູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນ​ດາ​ຊົນ​ເຜົ່າ​ຫວຽດນາມ ທີ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຜູ້ຕາງໜ້າ​ບັນດາ​ຊົນ​ເຜົ່າ​ຫວຽດນາມ, ​ເຂົ້າ​ຮ່ວມ​ພິທີ​ປຸກລະດົມ​ວັນບຸນ​ປູກ​ຕົ້ນ​​ໄມ້. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະຕິບັດ​ໂຄງການ ​ແລະ ການ​ປະຕິບັດ​ກິດຈະກຳ​ວັດທະນະທຳ​ຢູ່​ບ້ານ​ວັດທະນະ​ທຳ - ທ່ອງ​ທ່ຽວ​ບັນດາ​​ເຜົ່າ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ຫວັງ​ວ່າ: ພະນັກງານ, ຜູ້ຊ່ຽວຊານ, ກຳມະກອນ​ເຕັກນິກ ຄວນ​ສຸມ​ຈິດ​ສຸມ​ໃຈ​ເພື່ອ​ສ້າງ​ບ່ອນ​ນີ້​ກາຍ​ເປັນ​ໂຄງການ​ລະດັບ​ຊາດ, ສົມ​ເປັນ​ບ່ອນ​ອະນຸລັກ​ຮັກສາ ​ເສີມ​ຂະຫຍາຍ, ຄົ້ນ​ຄ້ວາ​ຄຸນ​ຄ່າ​ວັດທະນະທຳ​ຂອງ​ບັນດາ​​ເຜົ່າ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕັກ​ເຕືອນ​ຄະນະ​ຄຸ້ມ​ຄອງ​ຕ້ອງ​ສຸມ​ໃສ່​ການ​ຂຸດ​ຄົ້ນ, ສ້າງ​ຊີວິ​ດການ​ເປັນ​ຢູ່​ໃຫ​້​ແກ່​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ຫາ​ກໍ່​ຍ້າຍ​ມາ​ດຳລົງ​ຊີວິດ​ເປັນ​ຢ່າງ​ດີ, ສະ​ແດງ​​ໃຫ​້​ເຫັນນະ​ໂຍບາຍ​ມະຫາ​ສາມັກຄີ​​ແຫ່ງຊາດ ຂອງ​ພັກ, ລັດ ຢ່າງ​ມີ​ຊີວິ​ເຊີ​ວາ, ຜັນ​ຂະຫຍາຍ​ມະຕິ​ສູນກາງພັກ​ຄັ້ງ​ທີ 5 ຊຸດ​ທີ 8 ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ຢ່າງ​ກ້າວໜ້າ, ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ບັນດາ​ເຜົ່າ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ພັກ ​ແລະ ລັດ​ຍາມ​ໃດ​ກໍ່​ກຳນົດ​ວັດທະນະທຳ​ແມ່ນ​ພື້ນຖານ​ດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ, ​ແມ່ນ​ຈຸດໝາຍ, ​ແມ່ນ​ກຳລັງ​ໜູນຊຸກຍູ້​ເສດຖະກິດ - ສັງຄົມ​ພັດທະນາ ຕິດ​ພັນ​ກັບ​ພາລະກິດ​ຫັນ​ປະ​ເທດ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ.


ຂ່າວ/ບົດ​ອື່ນ