ທ່ານປະທານປະເທດ ເຈືອງເຕີນຊາງ ລົງເຮັດວຽກຢູ່ແຂວງ ດັກລັກ

ທ່ານປະທານປະເທດ ເຈືອງເຕີນຊາງ ລົງເຮັດວຽກຢູ່ແຂວງ ດັກລັກ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ
ລົງຢ້ຽມຢາມ ຕາ​ແສງ EA Tul, ​ເມືອງ Cu – Mga
(ພາບ: bmtvn.com)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ແຂວງ​ເຂດ ​ໄຕ​ງວຽນ, ຕອນ​ເຊົ້າ​ວັນ​ທີ 18/3, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ, ຫົວໜ້າ​ຄະນະ​ຊີ້​ນຳການ​ປະຕິ​ຮູບ​ດ້ານ​ຕຸລາການສູນ​ກາງ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ພະນັກງານ, ພາລະ​ກອນ​ສານປະ​ຊາ​ຊົນ ​ແລະ ​ອົງການໄອ​ຍະ​ການ​ປະຊາຊົນ​ແຂວງ​ດັກ​ລັກ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ວຽກ​ງານ​ປະຕິ​ຮູບ​ດ້ານ​ຕຸລາການ​ໃນ​ໄລຍະ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍູ້​ງຍາກ​ຂອງ 2 ຂະ​ແໜງ ສານ ​ແລະ ​ໄອຍະ​ການ​​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະ​ປຽບ​ຮຽບຮ້ອຍ​ໃນ​ບໍລິ​ເວນ​ແຂວງ. ທ່ານ​ປະ​ທານ​ປະ​ເທດ ​ໄດ້​ຕັກ​ເຕືອນ​ວ່າ, ບັນຫາ​ທີ່ວາງ​ອອກ​ນັ້ນບໍ່​ແມ່ນ​ແກ້​ໄຂ​ບັນດາ​ຄະດີຢ່າງ​ທັນ​ການ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເຮັດ​​​ແນວ​ໃດ​​ເພື່ອ​ສັງຄົມ​ພັດທະນາ, ຈຳນວນ​ຄະດີ​ຕ້ອງຫຼຸດ​ໜ້ອຍ​ຖອຍ​ລົງ.

​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ການ​ປົກຄອງ​ເຂດ​ໄຕ​ງວຽນ ສັງກັດ​ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ, ​ໄປ​ຢ້ຽມຢາມ ​ແລະ ສຳ​ຫຼວດຕົວ​ຈິງຄວາມ​ສາມາດຫັນ​ປ່ຽນ​​ໂຄງ​ປະກອບ​ທີ່​ດິນ, ​ແນວ​ປູກ​ຢູ່​ເມືອງ​ບວນດົນ.

ຕອນ​ບ່າຍ​ວັນ​ທີ 18/3, ທ່ານ​ປະທານ​ປະ​ເທດ ​ໄດ້​ລົງ​ກວດກາ​ສະພາບ​ການ​ເສດຖະກິດ, ສັງຄົມ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ Cu – Mgar, ​ແຂວງ​ດັກ​ລັກ ​ແລະ​ ​ເຮັດ​ວຽກ​ກັບ​ຄະນະ​ຊີ້ນ​ຳ​ເຂດ ​ໄຕ​ງວຽນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຊອກ​ຮູ້​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ - ສັງ​ຄົມ​ຢູ່​ຕາ​ແສງ EA Tul, ​ເມືອງ Cu – Mga. ນີ້​ແມ່ນ 1 ​ໃນ 4 ຕາ​ແສງ​ໄດ້​ເລືອກ​ເຟັ້ນ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ທົດ​ລອງ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ດັກ​ລັກ. ​ເມື່ອ​ໂອ້​ລົມ​ກັບ​ພະນັກງານ ​ແລະ ພໍ່​ແມ່​ປະຊາຊົນ​ໃນ​ຕາ​ແສງ EA Tul, ທ່ານ​ປະທານ​ປະ​ເທດ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ໄດ້​ສາມັກຄີ​, ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ກໍ່ສ້າງ​ຮູບ​ແບ​ບຊົນນະບົດ​ໃໝ່​ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່ ​ແລະ ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານການ​ເມືອງ, ຄວາ​ມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ບໍລິ​ເວ​ນ.

​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຊີ້ນ​ຳ​ເຂດ​ໄຕ​ງວຽນ. ທ່ານ​ປະທານ​ປະ​ເທດ ຍ້ອງຍໍ​ສັນລະ​ເສີນ​ຄະນະ​ຊີ້​ນຳ​ໄດ້ຢ່າງ​ໃກ້ຊິດ​ຊີ້​ນຳການ​ພັດ​ທະນາ​ເສດຖະກິດ ​ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃນ​ບໍລິ​ເວ​ນ​ເຂດ​ໄຕ​ງວຽນ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ຢາກ​ປະຕິບັດ 2 ໜ້າ​ທີ່​ດັ່ງກ່າວ​ໃຫ້​ໄດ້ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ 2 ບັນຫາ​ສຳຄັນ, ນັ້ນ​ແມ່ນ​ປະຕິບັດ​ນະ​ໂຍບາຍ​ທີ່​ດິນ, ​ແກ້​ໄຂ​ວຽກ​ເຮ​ດງານ​ທຳ ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ ​ແລະ ປັບປຸງ​ສ້າງ​ສຳ​ເລັດ​ລະບົບ​ການ​ເມືອງ​ຂັ້ນ​ຮາກ​ຖານ.

ຂ່າວ/ບົດ​ອື່ນ