ທ່ານປະທານປະເທດ ເຈືອງເຕີນຊາງ ສົ່ງຈົດໝາຍໃຫ້ເຍົາວະຊົນ ເນື່ອງໃນໂອກາດ 50 ປີແຫ່ງຂະບວນການ “ວຽກດີຫຼາຍຢ່າງ”

ທ່ານປະທານປະເທດ ເຈືອງເຕີນຊາງ ສົ່ງຈົດໝາຍໃຫ້ເຍົາວະຊົນ ເນື່ອງໃນໂອກາດ 50 ປີແຫ່ງຂະບວນການ “ວຽກດີຫຼາຍຢ່າງ” - ảnh 1
(ພາບປະກອບ)
(vovworld) -  ​ໃນ​ຈົດໝາຍທີ່ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ ສົ່ງໃຫ້​ເຍົາ​ວະ​ຊົນ​ເນື່ອງ​ໃນ​ໂອກາດ 50 ປີ​ແຫ່ງ​ຂະ​ບວນການ “ວຽກ​ດີ​ຫຼາຍ​ຢ່າງ”, ທ່ານ​ໄດ້ເນັ້ນ​ໜັກ​ວ່າ ​ໃນ 50 ປີຜ່ານມາ, ຂະ​ບວນການ “ວຽກ​ດີ​ຫຼາຍ​ຢ່າງ”, ປະຕິບັດ “ 5 ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່”, ພ້ອມ​ກັບ​ບັນດາ​ຂະ​ບວນການ​ອື່ນໆ​ຄື; “​ແຜນການ​ນ້ອຍ”, “​ເບິ່ງ​ແຍງ​ຄອບຄົວ​ທະຫານ​ເສຍອົງຄະ, ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ”, “ວຽກ​ງານ ​ເຈ​ີນກ໋ວກຕວານ”, “ຊ່ວຍ​ເຫຼືອ​ຄອບຄົວ​ທຸກ​ຍາກ”... ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ເຍົາວະ​ຊົນ ​ແລ​ະ ບັນ​ລຸ​ໄດ້ໝາກຜົນ​​ໃຫຍ່ຫຼາຍຢ່າງ​. ມີ​ເຍົາວະ​ຊົນ, ອະນຸຊົນ​ຫຼາຍ​ຄົນ ​ບັນ​ລຸ​ໄດ້ຜົນ​ງານ​ດີ​ເດັ່ນ​ໃນ​ການ​ຮໍ່າຮຽນ, ອອກ​ແຮງ​ງານ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ, ສະຕິປະຕິບັດ​ວິ​ໄນ; ການ​ເຄື່ອນ​ໄຫວສັງຄົມ... ​​ແລະ ກາຍ​ເປັນ​ລູກ​ຄ​ຳ​ຮູ້, ນັກຮຽນ​ເກັ່ງ, ສະມາຊິກ​ເຍົາວະ​ຊົນທີ່​ດີ, ​ເປັນຫຼານ​ຄຳຮູ້ດີ​ຂອງ​ລຸງ​ໂຮ່. ທ່ານ​ປະທານ​ປະ​ເທດ​ຫວັງ​ວ່າ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ​ເຍົາວະ​ຊົນ​ໃນ​ທົ່ວ​ປະ​ເທດ​ຈະແຂ່ງ​ຂັນ​ຮໍ່າ​ຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ ​ແລະ ​ເຂົ້າ​ຮ່ວມຂະ​ບວນການ​ຂອງ​ກອງ​ເຍົາວະ​ຊົນຢ່າງຕັ້ງໜ້າ, ປະຕິບັດ 5 ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່, ​ເຮັດ​ວຽກ​ດີ​ຫຼາຍ​ຢ່າງ, ປະ​ກອບ​ສ່ວນ​​ເຂົ້າ​ມູນ​ເຊື້ອ​ປະ​ຫວັດ​ສາດ​ອັນ​ສະຫງ່າ​ລາສີຂອງ​ກອງ​ເຍົາວະ​ຊົນໂຮ່ຈິ​ມິນ.
ຂ່າວ/ບົດ​ອື່ນ