ທ່ານປະທານປະເທດ ເຈືອງເຕີນຊາງ ອວຍພອນປີໃໝ່ ອົງຄະນະພັກ ແລະ ປະຊາຊົນນະຄອນໂຮ່ຈີມິນ

ທ່ານປະທານປະເທດ ເຈືອງເຕີນຊາງ ອວຍພອນປີໃໝ່ ອົງຄະນະພັກ ແລະ ປະຊາຊົນນະຄອນໂຮ່ຈີມິນ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ອວຍພອນປີໃໝ່ ອົງຄະນະພັກ ແລະ ປະຊາຊົນນະຄອນໂຮ່ຈີມິນ
(ພາບ: http://truongtansang.net)

(VOV World) ຕອນ​ເຊົ້າວັນ​ທີ 23/1(ວັນ​ທີ 1/1 ​ໄລ່​ຕາມ​ຈັນທະ​ປະຕິທິນ), ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ ​ໂຮ​ຈີ​ມິນ. ປີ 2012, ​ແມ່ນ​ປີ​ທຳ​ອິດ​ທີ່ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມູນິດ​ຫວຽດນາມ, ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ກໍ່ຕາມ ​ແຕ່​ອົງຄະ​ນະ​ພັກ, ອຳນາດ​ກາ​ປົກຄອງ ​ແລະ ປະຊາຊົນ​ນະຄອນ ​ໂຮ່​ຈີ​ມິນ​ບັນ​ລຸ​ໄດ້​ໄຊຊະນະ​ຫຼາຍ​ຢ່າງ​ໃນ​ທຸກໆ​ຂົງ​ເຂດ​ຄື: ​ເສດຖະກິດ, ວັດທະນະທຳ - ສັງຄົມ, ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ. ທາງນະຄອນ​ຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ຫົວຄິດ​ປະດິ​ດສ້າງ ​ແລະ ຄວາມຟົດ​ຟື້ນ​ນັບ​ທັງ​​ໃນຈຸດ​ເວລາ​ທີ່​ຫຍູ້​ງຍາກ​ທີ່​ສຸ​ດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ຄື​ແນວ​ນັ້ນ, ກ່ອນ​ອື່ນໝົດ​ແມ່ນຍ້ອນ​ມີນ້ຳ​ໃຈ​ທີ່​ດີຂອງ​ປະຊາຊົນ ​ພ້ອມ​ກັບ​ການ​ຊີ້ນ​ຳ, ນຳພາ​ຂອງ​ອົງຄະ​ນະ​ພັກ​, ອຳນາດ​ການ​ປົກຄອງ​ຂອງ​ນະຄອນ​. ​ໃນ​ວັນ​ທຳ​ອິດ​ຂອງ​ປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ໂຣງ 2012, ທ່ານ​ປະທານ​ປະເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ຄວາມ​ຫວັງ​​ເຖິງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິ​ນ. ທ່ານ​ກ່າວ​ວ່າ:

“ຂ້າພະ​ເຈົ້າ​ຫວັງ​ວ່າ: ດ້ວຍ​ມູນ​ເຊື້ອ​ທີ່​ມີ​ຫົວຄິດປະດິດ​ສ້າງ, ຂະຫຍັນ​ຂັນ​ເຄື່ອນ, ອົງຄະ​ນະ​ພັກ, ປະຊາຊົນ​ນະ​ຄອນ​ໂຮ​ຈີ​ມິນ ຈະ​ປະຕິບັດ​ບັນດາ​ໜ້າ​ທີ່​ຢ່າງ​ມີ​​ໄຊ ​ແລະ ຄົບ​ຖ້ວນ. ກ່ອນ​ອື່ນ​ໝົດ​ແມ່ນທາງ​ດ້ານ​ເສດຖະກິດ, ການຫັນປ່ຽນ​ຮູ​ບ​ແບບ​ການ​ເຕີບ​ໂຕ, ມີຮູບ​ແບບ​ອົງ​ປະກອບ​ຢ່າງ​ເໝາະ​ສົມ”.

ຂ່າວ/ບົດ​ອື່ນ