ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ແຂວງ ກາວບັງ

ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ແຂວງ ກາວບັງ - ảnh 1
(ພາບ: truongtansang.net)

ໂດຍ​ສືບ​ຕໍ່​ການ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກາວ​ບັງ, ຕອນ​ເຊົ້າ​ວັນ​ທີ 9/12, ທ່ານ​ປະທານ​ປະ​ເທດ
ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ກາວ​ບັງ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ ປີ 2011. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ​ ຮຽກຮ້ອງ​​ໃຫ້ແຂວງ ກາວ​ບັງ ຕ້ອງ​ປະຕິບັດ​​ສຳ​ເລັດກິດຈະກຳ​ຄົມມະນາຄົມ​ຈຸດ​ສຸມ​ຄື: ​ເສັ້ນທາ​ງ ລ້າງ​ເຊີນ - ກາວ​ບັງ, ​ເສັ​້ນທາງ​ໄປ​ຫາ​ດ່ານ​ຊາຍ​​ແດນ ຕ່າ​ລູ່​ງ ຢ່າງ​ເດັດຂາດ ​ເພື່​ອຊຸກ​ຍູ້​ ການ​ພັດທະນາ​ເສດຖະກິດ - ການ​ຄ້າ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ​ຕ້ອງ​ຍູ້​ແຮງ​ການ​ສ້າ​ງ​ເຂດ​ຊົນນະບົດ​ໃໝ່, ຫຼຸດຜ່ອນ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກລົງ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ພໍ່​ແມ່ປະຊາຊົນ.

ກ່ອນ​ໜ​້ານັ້ນ, ກໍ່​​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ກັບ​ຕຳຫຼວດ​ແຂວງ​ ກາວ​ບັງ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ​ເພື່ອ​ປະຕິບັດ​ໜ້າ​ທີ່ຢູ່​ແຂວງ​ເຂດ​ຊາຍ​ແດນ​ເປັນ​ຢ່າງດີ, ກຳລັງ​ຕຳຫຼວດ​ແຂວງ ກາວ​ບັງ​ຕ້ອງ​ມີ​ການ​ສົມທົບ​ກັນ​ຢ່າງ​​ເນັ້ນ​ແຟ້ນ ກັບ​ບັນດາ​ກຳລັງ​ອື່ນໆ ພິ​ເສດ​ແມ່ນ​ທະຫານ​ປ້ອງ​ກັນຊາຍ​ແດນ, ກອງທັບ ​ແລະ ປະຊາຊົນ, ​​ເຮັດ​ຄື​ແນວ​ນັ້ນວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​​ໄຟ​ທາງ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຈຶ່ງ​ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​​ແຂວງ​ກາວ​ບັງ.

ຂ່າວ/ບົດ​ອື່ນ