ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ແຂວງຕວຽນກວາງ

ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ແຂວງຕວຽນກວາງ - ảnh 1
ທ່ານ ເຈືອງເຕີນຊາງ ກ່າວປາໄສໃນພິທີ​ເລີ່​ມລົງມື​ກໍ່ສ້າງ​ອະນຸສາວະລີ ໂຮ່ຈິມິນ

(vovworld) - ຕອນ​ເຊົ້າ​ວັນ​ທີ 15/2, ຢູ່​ນະຄອນ​ຕວຽນ​ກວາງ ​ແຂວງ ຕວຽນ​ກວາງ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ອະນຸສາວະລີ ລຸງ​ໂຮ່ກັບ​ປະຊາຊົນ​ບັນດາ​ເຜົ່າ​ແຂວງ ຕວຽນ​ກວາງ.

ອະນຸສາວະລີ “ລຸງ​ໂຮ່ກັບ​ປະຊາຊົນ​ບັນດາ​ເຜົ່າ​ແຂວງ ຕວຽນ​ກວາງ” ​ໄດ​້ຮັບ​ການ​ກໍ່ສ້າງ​ຢູ່​ສະໜາມ​ຫຼວງ ຫງວຽນ​ເຕີ​ດ​ແທ່ງ, ​ໃນ​ບໍລິ​ເວນ​ເນື້ອ​ທີ່ ປະມານ 8,5 ha. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ອະນຸສາວະລີ “ລຸງ​ໂຮ່ກັບ​ປະຊາຊົນບັນດາ​ເຜົ່າ​ແຂວງ​ຕວຽນ​ກວາງ” ​ແມ່ນ​ກິດຈະກຳ​ປະຫວັດສາດ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ສະ​ແດງ​ນ້ຳ​ໃຈ​ເຄົາລົບ​ຮັກ​ແພງ, ຄວາມ​ຮູ້​ບຸນຄຸນ​ທີ່​ລົ້ນ​ເຫຼືອ​ຂອງ​ອົງຄະ​ນະ​ພັກ, ປະຊາຊົນ​ຕວຽນກວາງ ​ແລະ ປະຊາຊົນ​ຫວຽດນາມ​ທີ່​ມີ​ຕໍ່​ລຸງ​ໂຮ່, ພ້ອມ​ທັງ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສ​ດ​ໃນ​ການ​ສຶກສາມູນ​ເຊື້ອ​ຮັກ​ຊາດ​ໃຫ້​ແກ່​ຊາວ​ຫວຽດນາມ​ລຸ້ນຕ່າງໆ, ທ່ານ ເຈືອງເຕີນຊາງ ເວົ້າວ່າ.

“ ດ້ວຍ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ, ຂ້າພະ​ເຈົ້າສະ​​ເໜີ​ວ່າ ​ໃນ​ວິວັດການ​ຜັນ​ຂະຫຍາຍ, ປະຕິບັດ​ໂຄງການ, ​ແຂວງ ຕວຽນ​ກວາງ ຄວນ​ສົມທົບກັບ​ບັນດາກະຊວງ, ຂະ​ແໜງ​ການ​ສູນ​ກາງ​ຊີ້​ນຳ​ນຳພາ​ກໍ່ສ້າງ​ກິດຈະກຳເພື່ອ​ຮັບປະກັນ​ຖືກ​ຕ້ອງຕາມ​ຂັ້ນ​ຕອນ, ຄຸ້ມ​ຄອງ​ຢ່າງ​​ແໜ້ນ​ແຟ້ນ, ຮັບປະກັນ​ຄຸນ​ນະພາ​ບທາງ​ດ​້ານ​ເຕັກນິກ, ຄວາມ​ສວຍ​ງາມ … ຂ້າພະ​ເຈົ້າ​ເຊື້ອ​ໝັ້ນ​ວ່າ​ໃນ​ໄລຍະ​ພັດທະນາ​ໃໝ່, ​ແຂວງ ຕວຽນ​ກວາງ​ຈະ​​ເສີມຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ຮໍ່າຮຽນ ​ແລະ ​ປະຕິບັດຕາມ​ແນວ​ຄິດແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມິ​ນ, ດ້ວຍ​ຈິດ​ໃຈ​ສາມັກ​ຄີ, ​ເຫັນ​ດີ​ເຫັນ​ພ້ອມ, ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ … ​ແນ່ນອນ​ວ່າ​ແຂວງ ຕວຽນ​ກວາງ ຈະ​ຜ່ານ​ຜ່າ​ທຸກຄວາມ​ຫຍຸ້ງຍາກ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທຸກ​ດ້ານ, ທ່າ​ແຮງ, ​ແຫຼ່ງຊັບພະຍາກອນ​ຂອງ​ແຂວງ​ໃຫ້​ເປັນ​ຢ່າງ​ດີ, ສືບ​ຕໍ່​ຍູ້​​ແຮງກິດຈະການ​ປ່ຽນ​ແປງ​ໃໝ່, ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ອົງຄະ​ນະ​ພັກ​ຄັ້ງທີ 15 ຢ່າງ​ມີ​ໄຊ, ນຳ​ແຂວງ ຕວຽນກວາງ ກາຍ​ເປັນ​ແຂວງ​ພັດທະນາ​ໃນ​​ເຂດ​ພູດ​ວຍທາງ​ພາກ​ເໜືອ​ໄດ​ຍ​ໄວ, ປະກອບສ່ວນພ້ອມ​ກັບ​ທົ່ວ​ປະ​ເທດ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກຢ່າງ​ມີ​ໄຊ ​ແລະ ນຳ​ປະ​ເທດ ຫວຽດນາມ ກາຍ​ເປັນ​ປະ​ເທດ​ທີ່​ທັນ​ສະ​ໄໝ​ໃນ​ປີ 2020.”

ຂ່າວ/ບົດ​ອື່ນ