ທ່ານປະທານປະເທດ ເຈືອງເຕີນຊາງ ໄປອວຍພອນບຸນເຕັດ ແຂວງດົ່ງນາຍ

ວັນ​ທີ 24/1​(ຄື​ວັນ​ທີ 2 ຂອງບຸນ​ເຕັດ), ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ຢູ່​ວິ​ຫານ​ບູຊາ​ນັກຮົບ​ເສຍສະຫລະ​ຊີວິ​ດ​ເພ່ືອ​ຊາດ ​ເມືອງ​ເຍີນ​ແຈກ ​ແລະ ຢື້​ຢາມ​ຖາມ​ຂ່າວ ອວຍພອນ​ບຸນ​​ເຕັດ​ກຳມະກອນ​ຢູ່​ເຂດ​ອຸດສາຫະກຳ ​ເຍີນ​ແຈກ ນະຄອນ ບຽນ​ຮ່ວາ ​ແຂວງ ດົ່ງ​ນາຍ. ນະ​ທີ່​ນີ້ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ສະ​ເຫ​ນີ​ໃຫ້​ກຳມະບານ​ບໍລິສັດ ​ແລະ ສະຫະພັນ​ແຮງ​ງານ ຄວນ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ງານ​ກວ່າ​ອີກ. ​​ໂດຍ​ມີຄວາມ​ຕື້ນ​ຕັນ​ໃຈ​ຕໍ່​ອາລົມ​ຈິດ​ຂອງ​ປະທານ​ປະ​ເທດ​ທີ່​ສະຫງວນ​ໃຫ້​ແກ່​ຄົນ​ງານ, ອ້າຍ ມາຍ​ວັນ​ເຫົ້າ ກຳມະກອນຂອງ​ບໍລິສັດ Fomorsa ​ເວົ້າ​ວ່າ:

        “​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ທ່ານ​ປະທານ​ປະ​ເທດ ​ແລະ ສະຫະ​ພັນ​ແຮງ​ງານ​ລົງ​ຢ້ຽມຢາມ​, ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ ​ແລະ ຮູ້ສຶກ​ມີ​ຄວາມ​ຜາ​ສຸກ ​​ເມື່ອ​ເຫັນ​ວ່າ​: ພັກ, ລັດ ​ແລະ​ທາງ​ບໍລິສັດ ຍາມ​ໃດ​ກໍ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ກຳມະກອນ.”

        ​ເມື່ອ​ລົງ​ຢ້ຽມຢາມ​ເຂດ​ເຮືອນ​ພັກ​ຂອງກຳມະກອນຢູ່​ກຸ່ມ​ 5 ​ເຂດ​ຖະໜົນ 4 ນະຄອນ ບຽນ​ຮວ່າ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ຍ້ອງຍໍ​ບັນດາ​ເຈົ້າ​ຂອງ​ເຮືອນ​ພັກ​ທີ່ໄດ້​ເອື້ອ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາກຳມະກອນ ຜູ້​ທີ່​ບໍ່​ມີ​ເງື່ອນ​ໄຂ​ກັບ​ເມືອ​ບ້າ​ນ​ ໄດ້​ຕ້ອນຮັບ​ບຸນ​ເຕັດຢູ່​ທີ່​ນີ້. ທ່ານ​ປະທານ​ປະ​ເທດ​ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ຊົມ​ເຊີຍ​ການ​ເບີ່​ງ​ແຍງ​ຂອງ​ວິ​ສາ​ຫະກິດ, ຂອງ​ອຳນາດ​ການ​ປົກຄອງ ​ແລະ ໝູ່​ມະຫາຊົນ​ຢູ່​ທ້ອງ​ຖິ່ນ ​ໄດ້​ຊ່ວຍ​ເຫລືອ​ກຳມະກອນ​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເບີກບານ​ມ່ວນ​ຊື່ນ. ອວຍພອນ​ໃຫ້​ພວກ​ສະຫາຍ​ນັບ​ມື້​ນັບ​ສ້າງລາຍ​ຮັບ​​ໄດ້ສູງ​ກວ່າ, ​ເບິ່ງ​ແຍງ​ດູ​ແລລູກ​ຫລານ​ໃຫ້​ດີກ​ວ່າ ​ແລະ ​ໄດ້​ຮຳ່​ໄດ້​ຮຽນ.”

ຕອບກັບ

ຂ່າວ/ບົດ​ອື່ນ