ທ່ານປະທານປະເທດ ເລືອງເກືອງ ຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ

(VOVWORLD) -ໃນຕອນເຊົ້າວັນທີ 7 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ຢູ່ວັງ ກີ້ງທຽນທີ່ຈອມພູ ເງັ້ນລີ້ງ ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ ວິຫານຮຸ່ງ , ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຝູເທາະ ໄດ້ດຳເນີນພິທີ ຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ. ທ່ານປະທານປະເທດ ເລືອງເກືອງ ໄດ້ເຂົ້າຮ່ວມ ແລະ ຖວາຍທູບທຽນບູຊາ.
ທ່ານປະທານປະເທດ ເລືອງເກືອງ ຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ  - ảnh 1ທ່ານປະທານປະເທດ ເລືອງເກືອງ ຈູດທູບທຽນ ອາໄລຫາເຈົ້າຊີວິດຮຸ່ງ 

     ທີ່ວັງກີ້ງທຽນ, ທ່ານປະທານປະເທດ ເລືອງເກືອງ ແລະ ບັນດາການນຳຂອງພັກ, ລັດ ແລະ ທ້ອງຖິ່ນໄດ້ຖວາຍດອກໄມ້ ຈູດທູບທຽນບູຊາ ອາໄລຫາ , ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເຈົ້າຊີວິດຮຸ່ງ ທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ; ພ້ອມກັນນັ້ນ, ກໍລາຍງານຕໍ່ບັນພະບຸລຸດ ຊາບກ່ຽວກັບບັນດາຜົນງານອັນໃຫຍ່ຫຼວງທີ່ປະເທດຊາດຍາດມາໄດ້ໃນປີຜ່ານມາບົນເສັ້ນທາງ       ພັດທະນາ.

     ພິທີ ຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວດິນແດນແຫ່ງບັນພະບຸລຸດປີ 2025 ຖືກດຳເນີນແຕ່ວັນທີ 29 ມີນາ ຫາວັນທີ 7 ເມສານີ້ ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ນະຄອນຫວຽດຈີ່ ແລະ ບັນດາເມືອງໃນແຂວງ ຝູເທາະ ດ້ວຍບັນດາການເຄື່ອນໄຫວ ແລະ ເຫດການພິເສດຫຼາຍຢ່າງ.

     ໃນຊຸມວັນດຳເນີນເຫດການຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ, ມີປະຊາຊົນນັບໝື່ນຄົນຈາກທົ່ວປະເທດ ແລະ ຊາວຫວຽດນາມ ຢູ່ຕ່າງປະເທດໄດ້ພາກັນມາຖວາຍດອກໄມ້ຈູດທູບທຽນຢູ່ວິຫານຮຸ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ