ທ່ານປະທານປະເທດຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງກຳລັງປະຕິບັດວຽກງານພາຍນອກ

(VOVWORLD) -ຕອນບ່າຍວັນທີ 29 ກັນຍາຢູ່ຮ່າໂນ້ຍ, ທ່ານປະທານປະເທດຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງກຳລັງປະຕິບັດວຽກງານພາຍນອກ( ວັນທີ 29ກັນຍາປີ 1961-ວັນທີ 29 ກັນຍາປີ 2021) ແລະ ມອບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ 2 ໃຫ້ແກ່ກົມວຽກງານພາຍນອກ ກະຊວງຕຳຫຼວດຫວຽດນາມ
ທ່ານປະທານປະເທດຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງກຳລັງປະຕິບັດວຽກງານພາຍນອກ - ảnh 1ທ່ານປະທານປະເທດຫງວຽນຊວນຟຸກກ່າວຄຳເຫັນທີ່ພິທີ

    ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຕີລາຄາສູງກຳລັງປະຕິບັດວຽກງານພາຍນອກຕຳຫຼວດປະຊາຊົນຫຸ່ນຕ່າງໆ ກ່ຽວກັບບັນດາວິລະກຳທີ່ດີເດັ່ນ, ການອຸທິດສ່ວນ ຄວາມເສຍສະຫຼະໃນ 60 ປີທີ່ຜ່ານມາ. ເມື່ອເນັ້ນໜັກເຖິງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ໜ້າທີ່ອັນຮີບດ່ວນໃນໄລຍະທີ່ຈະມາເຖິງ, ທ່ານປະທານປະເທດຫງວຽນຊວນຟຸກ ຫວັງວ່າ : ຄວນສືບຕໍ່ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດຢ່າງມີປະສິດທິຜົນ ເພື່ອປົກປັກຮັກສາຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ. ບໍ່ວ່າໃນສະພາບການໃດໆກໍຕ້ອງຮັກສາຫຼັກການຮັບປະກັນການນຳພາໂດຍກົງ, ທຸກດ້ານຂອງພັກ, ການບັນຊາສູງສຸດຂອງປະທານປະເທດ, ການຄ້ອງຄອງຂອງລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ