ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງເຂົ້າຮ່ວມວັນບຸນວິສາຂະບູຊາ ພ.ສ 2560


ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງເຂົ້າຮ່ວມວັນບຸນວິສາຂະບູຊາ ພ.ສ 2560 - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ເຂົ້າ​ຮ່ວມ​ພິ​ທີ​ປ່ອຍ​ນົກ​ສັນ​ຕິ​ພາບ

(vovworld)- ວັນ​ທີ 21/5, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​ໄດ້​ຈັດ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ພ.ສ 2560-ຄ.ສ 2016 ແລະ ມຸ່ງ​ໄປ​ສູ່​ການ​ສະ​ເຫຼີມ​ສະຫຼອງ 35 ປີ​ແຫ່ງວັນ​ສ້າງ​ຕັ້ງ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​(1981-2016). ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ຢື​ນ​ຢັນ​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຕີ​ລາ​ຄາ​ສູງ ແລະ ອວຍ​ພອນ​ບັນ​ດາ​ໝາກ​ຜົນ, ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ, ມີ​ຄວາມ​ໝາຍ​ຂອງ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​ ແລະ ພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ຫວຽດ​ນາມ​ເຂົ້າ​ໃນ​ພາ​ລະ​ກິດ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ກ່າວ​ວ່າ :

   “ ໃນ​ຕະຫຼອດ 35 ປີ​ທີ່​ຜ່ານ​ມາ, ນັບ​ຕັ້ງ​ແຕ່​ວັນ​ສ້າງຕັ້ງ, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​ໄດ້​ປັບ​ປຸງ ແລະ ເຕີບ​ໃຫຍ່​ຢ່າງບໍ່​ຢຸດຢັ້ງ ອັນ​ໄດ້ສ້າງບັນ​ດາຫຼັກ​ໝາຍ​ໃໝ່​ໃນ​ປະ​ຫວັດ​ສາດ​ແຫ່ງ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​. ດ້ວຍ​ທິດ​ນຳ : ທຳ​ມະ-ຊາດ-ສັງ​ຄົມ​ນິ​ຍົມ, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ, ບົດ​ບາດ​ປອງດອງ, ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ຫັນ​ປະ​ເທດ​ຊາດ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ”

     ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ເນັ້ນ​ໜັກ​ວ່າ ຜົນ​ສຳ​ເລັດ​ຂອງ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່,  ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແທ່ນ​ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ທົ່ວ​ທັງ​ຊາດ, ໃນ​ນັ້ນ​, ​ປະ​ຊາ​ຊົນຜູ້​ເຊື່ອ​ຖື​ສາ​ສະ​ໜາແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດ​ນາມ​ໄດ້.

ຂ່າວ/ບົດ​ອື່ນ