ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ລົງຢ້ຽມຢາມ ແລະ ເຮັດວຽກກັບກອງພົນໃຫຍ່ເລກ 1

ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ລົງຢ້ຽມຢາມ ແລະ ເຮັດວຽກກັບກອງພົນໃຫຍ່ເລກ 1 - ảnh 1
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ລົງຢ້ຽມຢາມ ແລະ ເຮັດວຽກກັບກອງພົນໃຫຍ່ເລກ 1
(ພາບ : QDND)

(vovworld)- ​ເມື່ອໂອ້ລົມກັບພະນັກງານນັກຮົບກອງພົນໃຫຍ່ເລກ 1 ໃນວັນທີ 7/1, ທ່ານປະທານ ປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ຢືນຢັນວ່າ ໃນໄລຍະ 40 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່, ກອງພົນໃຫຍ່ເລກ 1 ໄດ້ເສີມຂະຫຍາຍຄຸນນະທາດທີ່ດີງາມ ແລະ ມູນເຊື້ອທີ່ສະຫງ່າ​ລາສີ​ຂອງ​ກອງທັບປະຊາຊົນ​ຫວຽດນາມ​ວິລະ​ຊົນ, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ​ປະຕີບັດ​ກິດຈະການ​ຕໍ່ສູ້ປົດ​ປ່ອຍ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ​ເນັ້ນ​ໜັກ​ວ່າ ບັນດາ ພະນັກງານນັກຮົບກອງພົນໃຫຍ່ ຄວນ​ມານະ​ພະຍາຍາມ​ປົກ​ປັກ​ຮັກສາ​ໝາກຜົນ​ດັ່ງກ່າວ​ໃນ​ບໍ່​ວ່າ​ສະພາບ​ການ​ໃດ.

    ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຊີ້​ແຈ້ງວ່າ ​ໃນ​ໄລຍະ​ໃໝ່, ການ​ຟຶກຊ້ອມ​ແມ່ນ​ມີ​ບົດ​ບາດ​ສຳຄັນ, ດັ່ງ​ນັ້ນ, ພະນັກງານນັກຮົບກອງພົນໃຫຍ່ ຈົ່ງສືບ​ຕໍ່​ມູນ​ເຊື້ອ​ອັນ​ດີງາມ, ​ເປັນ​ເຈົ້າ​ການ​ມີ​ຫວົຕິດ​ປະດິ​ດສ້າງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ເພື່ອ​ເຮັດ​ຫຼ້ອນ​ໜ້າ​ທີ່​ຟຶກຊ້ອມ, ກຽມພ້ອມ​ສູ້​ຮົບ. 

ຂ່າວ/ບົດ​ອື່ນ