ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໃຫ້ການຕ້ອນຮັບນາຍົກລັດຖະມົນຕີ Belarus

ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໃຫ້ການຕ້ອນຮັບນາຍົກລັດຖະມົນຕີ Belarus - ảnh 1
(ພາບ: truongtansang.com)

ຕອນ​ເຊົ້າ​ວັນ​ທີ 30/11, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ໄດ້​ໃຫ້ການ​ຕ້ອນຮັບ​ ທ່ານ​ນາຍົກລັດຖະມົນ​ນຕີ Belarus Mikhail Myasnikovich ​ເຊິ່ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​ຢ່າງ​ເປັນ​ທາງ​ການ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊົມ​ເຊີຍ Belarus ​ໄດ້​ກາຍ​ເປັນ​ຜູ້ສັງ​ເກ​ດການ ກອງ​ປະຊຸມສະມັດ​ຊາ​ໃຫຍ່ລັດຖະສະພາລະຫວ່າງ​ຊາດ ອາ​ຊຽນ (ຫຼື AIPA) ​ແລະ ຢືນຢັນ​ວ່າ: ຫວຽດນາມພ້ອມ​ແລ້ວ​​ເປັນ​ຂົວ​ເຊື່ອມ​ຕໍ່​ຊ່ວຍ Belarus ​ເປີດ​ກ້ວາງ ​ແລະ ພັດທະນາ​ສາຍພົວພັນ​ກັບ​ອາ​ຊຽນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ການ​ນຳ 2 ປະ​ເທດ ​ແລະ ປຊຊ ຫວຽດນາມ​ຖື​ເປັນ​ສຳຄັນ ​ແລະ ຕັດສິນ​ໃຈ​ປັບປຸງ ​ແລະ ​ເພິ່ມທະວີ​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ກັບ Belarus. ທ່ານ​ນາຍົກລັດຖະມົນ​ນຕີ Mikhail Myasnikovich ສະ​ເໜີ​ຫວຽດນາມ​ເພິ່ມທະວີ​ການ​ຮ່ວມ​ມື​ກັບ Belarus ​ໃນ​ຫຼາຍ​ຂົງ​ເຂດ​ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ,​​ໃນ​ນັ້ນ​ມີ​ການ​ຄົ້ນ​ຄ້ວາ​ວິທະຍາສາດ, ສຶກສາ - ບຳລຸງ​ສ້າງ, ​ເຕັກນິກ​ການ​ທະຫານ. ທ່ານ​ນາຍົກລັດຖະມົນ​ນຕີ Mikhail Myasnikovich ຖື​ວ່າ: 2 ຝ່າຍ​ຄວນ​ເພິ່ມທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ..​.​ ຍິງກ່ວາ​ອີກ. ທ່ານ​ນາ​ຍົກ​ລັດຖະມົນຕີ ​Belarus ເຊື່ອ​ໝັ້ນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຈະ​ໄດ້​ຮັບ​ການຮັດ​ແໜ້ນ ​ເນື່ອ​ງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​​ໃນ​ປີ 2012, ດ້ວຍ​ບັນດາ​ໝາກຜົນ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ