ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງຢ້ຽມຢາມສຸສານນັກຮົບ ເສຍສະຫລະຊີວິດເພື່ອຊາດຟູກວກ

ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງຢ້ຽມຢາມສຸສານນັກຮົບ ເສຍສະຫລະຊີວິດເພື່ອຊາດຟູກວກ - ảnh 1
(ພາບ:
truongtansang.net)

(vovworld)-​ ຕອນບ່າຍວັນ​ທີ 14/3, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ພ້ອມກັບຄະະນະຕິດຕໍ່​ພົວພັນ​ນັກ​ໂທ​ດການ​ເມືອງຫວຽດນາມ​ ​ແລະ ການ​ນຳ​ແຂວງ​ກຽນ​ຢາງ ​ໄດ້​ໄປ​ຢ້ຽມຢາມ​ເຂດ​ສຸສານນັກຮົບເສຍສະຫລະ ຊີວິດເພື່ອຊາດ ຟູກວກ ​ເນື່ອງ​ໃນ​ໂອກາດ​ທ່ານ​ປະ​ທານ​ປະ​ເທດ ​ເຂົ້າຮ່ວມ​ພິ​ທີ​ສະ​ເຫຼີ​ມະ​ຫຼອງ 40 ປີ ​ແຫ່ງ​ວັນ​ໄຊຊະນະ ​ແລະ ອາ​ໄລ​ຫາ​ບັນດານັກຮົບເສຍສະຫລະຊີວິດ​ຢູ່​ຄຸກ​ຟູກ​ວກ (15/3/1973-15/3/2013) ຊື່​ງຖືກ​ຈັດ​ຂຶ້ນ​ຢູ່​ເມືອງ​ເກາະ​ຟູກ​ວກ ​ແຂວງ​ກຽນ​ຢາງ ​ໃນ​ວັນ​ທີ 15/3. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ​ໄດ້​ຈູດ​ທູບ​ຢູ່​ອະນຸສາວະລີ ​ແລະ ບັນ​ດາ​ສຸສານ​ລວມໝູ່, ສຸສານ​​ວິລະ​ຊົນ, ນັກຮົບເສຍສະລະຊີວິດເພື່ອຊາດ. ​ເຂດ​ສຸສານນັກຮົບເສຍສະຫລະຊີວິດເພື່ອຊາດ​ຟູກ​ວກ ​ແມ່ນ​ເຂດ​ຝັງ​ສົບ​ວິລະ​ຊົນ, ນັກຮົບເສຍສະຫລະຊີວິດເພື່ອຊາດກ່ວາ 3700 ຄົນ​ຈາກ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ຊື່ງ​ໄດ້ເສຍສະຫລະຊີວິດຢ່າງ​ອົງອາດ​ກ້າຫານ​ຢູ່​ຟູກ​ວກ​ ໃນ​ການ​ຕໍ່ຕ້ານ​ຕ້ານ​​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ແລະ ຈັກກະພັດ​ອາ​ເມ​ລິ​ກາ .

 

 

ຕອບກັບ

ຂ່າວ/ບົດ​ອື່ນ