ທ່ານປະທານປະເທດຫວຽດນາມຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດີອີຣານ

ທ່ານປະທານປະເທດຫວຽດນາມຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດີອີຣານ - ảnh 1
ການເຈລະຈາລະຫວ່າງ ຫວຽດນາມ - ອີຣານ

(vovworld) - ຕອນ​ຄ່ຳ​ວັນ​ທີ 06/10 ຢູ່​ສູນ​ກອງ​ປະຊຸມ​ສາກົນ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້ຈັດ​ງານ​ລ້ຽງຂ່ຳນັບ​ຮັບ​ຕ້ອນ​ທ່ານ​ປະທານາທິບໍດີ ສ.ອີຣານ Hassan Rouhani ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ສ.ອີຣານ ​ເນື່ອງ​ໃນ​ໂອກາດ​ປະຕິບັດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມ ​ໃນ​ລະຫວ່າງວັນ​ທີ 05 – 07/10/2016.  ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ອີຣານ ​ໄດ້​ເປັນ​ຮູບ​ເປັນ​ຮ່າງ ​ແລະ ​ໄດ້​ຝຶກ​ຝົນ​ຫຼໍ່​ຫຼອມ​ນັບ​ແຕ່​ຊຸມ​ເດືອນ​ປີ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ ​ໃນ​ປະຫວັດ​ສາດ​ຂອງ 2 ປະ​ເທດ. ວັນ​ທີ 04/08/1973 ​ໄດ້​ສ້າງ​ຂີດ​ໝາຍ​ໃຫ້​ 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທ່ານ​ປະທານ​ປະ​ເທດສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ: ບົນ​ພື້ນ​ຖານ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ສະໜິດ​ຕິດ​ພັນ​ຂອງ 2 ຊາດ, ພ້ອມ​ກັບ​ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ການນຳ 2 ປະ​ເທດ, ການ​ພົວພັນອັນ​ດີງາມ 2 ຝ່າຍ ຫວຽດນາມ - ອີຣານ ຈະ​ສືບ​ຕໍ່​ໄດ້ຮັບ​ການ​​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ​ຢ່າງ​ແຮງ, ​ແທດ​ຈິງ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ຂອງ​ປະຊາຊົນ 2 ປະ​ເທດ.

        ສວ່ນທ່ານ​ປະທານາທິບໍດີ ສ.ອີຣານ Hassan Rouhani ຊີ້​ແຈ້ງວ່າ ການ​ຢ້ຽມຢາມ​ທາງ​ລັດຖະກິດ​​ໃນຄັ້ງ​ນີ້ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ການ​ພົບ​ປະ​ດ້ານ​ການ​ເມືອງ, ການ​ທູດ​ເພື່ອ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ 2 ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຫັນ​ຄວາມ​ໄຝ່ຝັນຂອງ​ທ່ານ​ປະທານາທິບໍດີ ​​ເມື່ອຄວາມ​ຍັງໜຸ່ມ​ຄິດ​ຢາກ​ໄປ ຫວຽດນາມ ​ໃຫ້​ປະກົດ​ຜົນ​ເປັນຈິງ ​ໄດ້​ເຫັນ​ປະຈັກ​ຕາຊີວິດ​ການ​ເປັນ​ຢູ່, ຂອງ​ປະຊາຊົນ​ ຫວຽດນາມ ອີກດ້ວຍ. ທ່ານ Hassan Rouhani ສະ​ແດງ​ຄວາມຮູ້ສຶກກ່ຽວ​ກັບ​ຄວາມ​ຕັດສິນ​ຂອງ 2 ປະ​ເທດ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ວາ​ອີກ ກ່ຽວ​ກັບ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ວັດທະນະທຳ; ​ເຊື່ອ​ໝັ້ນ​ວ່າ ​ໃນ​ອະນາຄົດ​ການ​ພົວພັນ ຫວຽດນາມ - ອີຣານ ຈະ​ສວຍ​ງາມ​ສົດ​ໃສ​ກ່ວາ​ອີກ​.

ຂ່າວ/ບົດ​ອື່ນ