ທ່ານປະທານປະເທດຫວຽດນາມເຮັດວຽກກັບຄະນະພັກ,ຄະນະຊາວຫນຸ່ມສະພາແຫ່ງຊາດກ່ຽວກັບການປະຕິຮູບຕຸລາການຮອດປີ2020

ທ່ານປະທານປະເທດຫວຽດນາມເຮັດວຽກກັບຄະນະພັກ,ຄະນະຊາວຫນຸ່ມສະພາແຫ່ງຊາດກ່ຽວກັບການປະຕິຮູບຕຸລາການຮອດປີ2020 - ảnh 1
ທ່ານ ​ເຈືອງ​ເຕີນ​ຊາງ ປະທານ​ປະ​ເທດປະທານ​ ແລະ ທ່ານ ປະທານ ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ


(vovworld)- ທີ່​ການ​ເຮັດ​ວຽກ​ໃນ​ຕອນ​ເຊົ້າ​ວັນ​ທີ 27/8 ຢູ່ ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ​ເຈືອງ​ເຕີນ​ຊາງ ປະທານ​ປະ​ເທດ​ຫວຽດນາມ, ຫົວຫນ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ ​ແລະ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ, ​ເລຂາ​ຄະນະ​ພັກ, ຄະນະ​ຊາວ​ຫນຸ່ມ​ສະພາ​ແຫ່ງ​ຊາດ.

        ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ ອີກ​ຄັ້ງ​ຫນຶ່ງ​ໄດ້​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳຄັນ​ຂອງ​​ເລື່ອງ​ສືບ​ຕໍ່​ຍູ້​ແຮງ​ຍຸດ​ທະ​ສາດປະຕິ​ຮູບ​ຕຸລາການ​ຮອດ​ປີ 2020. ທ່ານ​ປະທານ​ປະ​ເທດສະ​ເຫ​ນີ: ບົນ​ພື້ນຖານ​ລັດຖະທຳ​ມະນູນ​ໃຫມ່ ຄວນ​ຍົກ​ສູງ​ບົດບາດ​ຫນ້າ​ທີ່​ການ​ຕິດຕາມ​ກວດກາຂອງ​ສະພາ​ແຫ່ງ​ຊາດ​ສຳລັບ​ການ​ເຄື່ອນ​ໄຫວ​ຕຸລາການ, ພິຈາລະນາ​ພາຍຫລັງ​ການ​ຕິດຕາມ​ກວດກາ.ທ່ານ​ປະທານ​ປະ​ເທດ ​ເນ​ັ້ນຫນັກ​ວ່າ:       “​ເລື່ອງ​ຫັນວິວັດ​ການ​ສ້າງ​ເອກະສານ​ນິຕິ​ກຳ ​ແລະ ​ເອກະສານ​ນິຕິ​ກຳ​ລຸ່ມ​ກົດໝາຍຢ່າງຄົບ​ຊຸດ ​ແມ່​ນວິວັດ​ການ​ຊື່​ງພວກ​ເຮົາ​ຕ້ອງ​ສືບ​ຕໍ່​ປະຕິບັດ. ຫວຽດນາມ ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ, ຄຸ້ມ​ຄອງ​ສັງຄົມ​ດ້ວຍ​ກົດໝາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ລະຫວ່າງ​ແຜນ​ນະ​ໂຍບາຍ ກັບ​ພຶດຕິ​ກຳ​ຍັງ​ມີ​ຊ່ອງ​ຫວ່າງ ສະ​ນັ້ນ ຂ້າພະ​ເຈົ້າ​ສະ​ເຫ​ນີ ພວກ​ເຮົາ​ຕ້ອງ​ສົມທົບ, ຊຸກຍູ້​ວິວັດ​ການ​ນີ້.”

ຂ່າວ/ບົດ​ອື່ນ