ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບກຳມະການລັດຖະບານຈີນຢາງເຈຍຊື້

 ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບກຳມະການລັດຖະບານຈີນຢາງເຈຍຊື້ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງຕ້ອນ​ຮັບ ກຳ​ມະ​ການ​
ລັດ​ຖະ​ບານ​ຈີນ ຢາງ​ເຈຍ​ຊື້

(vovworld)- ຕອນ​ບ່າຍ​ວັນ​ທີ 27/6, ​ທີ່​ກາ​ນ​ຕ້ອນ​ຮັບ ກຳ​ມະ​ການ​ລັດ​ຖະ​ບານ​ຈີນ ຢາງ​ເຈຍ​ຊື້ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມຫວຽດ​ນາມ ແລະ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ​ 9 ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ຈ​ີນ,  ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຢືນ​ຢັນ: ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຖື​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພ​ົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ພັກ, ລັດ​ຖະ​ບານ ແລະ ປ​ະ​ຊາ​ຊົນ​ຈີນ ເປັນ​ສຳ​ຄັນ ແລະ ຖື​ວ່າ ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ບຸ​ລິ​ມະ​ສິດຕົ້ນ​ຕໍ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ສະ​ເຫນີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຄວນ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ ແລະ ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ຢ່າງ​ເຂັ້ມ​ງວດ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຜ່ານ​ການ​ຮັກ​ສາ​ພົບ​ປະ​ຂັ້ນ​ສູງ ແລະ ​ພົບ​ປະ​ມິດ​ຕະ​ພາບຂັ້ນ​ຕ່າງໆ, ຍູ້​ແຮງ​ການ​ສຶກ​ສາ ແລະ ໂຄ​ສະ​ນາ​ກ່ຽວ​ກັບ​ນ້ຳ​ໃຈ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ຝ່າຍ. ພ້ອມ​ທັງ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ ການ​ຄ້າ ແລະ ການ​ລົງ​ທຶນ, ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ສອງ​ຝ່າຍ​ພັດ​ທະ​ນາ​ຕາມ​ທິດ​ດຸ່ນ​ດ່ຽງ, ໝັ້ນ​ຄົງ​ກວ່າ, ຊົມ​ເຊີຍ​ຈີນ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ໂຄງ​ການ​ໃຫຍ່.

ກ່ຽວ​ກັບ​ບັນ​ຫາ​​ບົນທະ​ເລ, ທ່ານປະ​ທານ​ປະ​ເທດ​ສະ​ເຫນີ ສອງ​ຝ່າຍ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ບັນ​ດາ​ຂໍ້​ຕົກ​ລົງ ແລະ ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ, ໃນ​ນັ້ນ ມີ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ຫລັກ​ການ​ພື້ນ​ຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ບົນ​ທະ​ເລ ຫວຽດ​ນາມ - ຈ​ີນ”, ກວດ​ກາ​ຄວາມບໍ່​ລົງ​ລອຍ​ກັນເປັນ​ຢ່າງ​ດີ, ບໍ່​ມີການ​ກະ​ທຳເຮັ​ດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ເປີດກວ້າງ​ການ​ຂັດ​ແຍ້ງ​ກັນ​, ຊຸກ​ຍູ້​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ບົນ​ທະ​ເລ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ບັນ​ລຸ​ໝາກ​ຜົນ​ແທດ​ຈິງ, ຄົ້ນ​ຄ້​ວາ​ສ້າງ​ກົນ​ໄກ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຢູ່​ອ່າວ​ພາກ​ເຫນືອ. ພ້ອມ​ທັງ​ປະ​ຕິ​ບັດ “ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)​ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ສ້າງ “ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ​ະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ” (COC)​ໂດບ​ໄວ, ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ​ອ່ງ​ກັບ​ກົດ​ໝາຍ​ສາ​ກົນ.

          ສ່ວນ​ທ່ານ ຢາງ​ເຈຍ​ຊື້, ຄະ​ນະ​ກຳ​ມະ​ການ​ລັດ​ຖະ​ບານ ໄດ້​ຢືນ​ຢັນ​ວ່າ: ພັກ ແລະ ລັດ​ຖະ​ບານ ຈີນ ຍາມ​ໃດ​ກໍ​ຢືດ​ໝັ້ນ​ພັດ​ທະ​ນາ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ຫວຽດ​ນາມ ພ້ອມ​ແລ້ວ​​ພ້ອມ​ກັບຫວຽດ​ນາມປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ລວມ​ສຳ​ຄັນ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອ​ງ​ລັດ​ເປັນ​ຢ່າງ​ດີ. ທ່ານ​ຢາງ​ເຈຍ​ຊື້ ສະ​ເຫນີ​ສອງ​ຝ່າຍ​ສືບ​ຕໍ່​ຮັກ​ສາ​ການ​ພົບ​ປະ​ແລກ​ປ່ຽນ, ພົບ​ປະ​ຂັ້ນ​ສູງ, ຊູກ​ຍູ້​ການ​ຮ່ວມມ​ື​ຢ່າງ​ແທດ​ຈິງ​ໃນ​ບັນ​ດາ​ຂົງ​ເຂດ, ຍູ້​ແຮງ​ການ​ພົບ​ປະ​ແລກ​ປ່ຽນ, ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ສອງ​ປະ​ເທດ, ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຊຸກ​ຍູ້​ການ​ພ​ວົ​ພັນ​ລະ​ຫວ່າ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ