ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດຍື່ນສານຕາຕັ້ງ

ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດຍື່ນສານຕາຕັ້ງ - ảnh 1
ທ່ານ​ປະ​ທານ​ປະ​ເທດ ​ເຈິ່ນ​ດ້າຍກວາງ  ຕ້ອນ​ຮັບ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Estonia 

(vovworld) - ​ຕອນ​ເຊົ້າ​ວັນ​ທີ 9/11, ທີ່​​ສຳ​ນັກ​ງານປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ​ເຈິ່ນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ ເນື່ອງ​ໃນ​ໂອ​ກາດ​ຖືກ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ​ທ່ານ Azzeddine Farhane ​ເອກ​ອັກ​ຄະ​ລັດ​ດ​ຖະ​ທູດ ມາ​ລົກ, ທ່ານ​ປະ​ທານ​ປະ​ເທດ​ເຈິ່ນ​ດ້າຍກວາງ ເຊື່ອ​ໝັ້ນ​ວ່າ: ໃນຖາ​ນະ​ຕຳ​ແໜ່ງ​ໃໝ່, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈະ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າຫຼາຍ​ຢ່າງ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້ມາ​ລົກ ສະ​ໜັບ​ສະ​ໜູນ​ຜູ້​ອອກ​ສະ​ໝັກ​​ຮັບເລືອກ​ຕັ້ງ​ຂອງ​ຫວຽດ​ນາມ ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO ອາ​ຍຸ​ການ ປີ 2017-2021. ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເງິນ, ການ​ທະ​ນາ​ຄານ ແລະ ຊຸກ​ຍູ້​ກົນ​ໄກ​ຮ່ວມ​ມື 3 ຝ່າຍ. ທີ່​ການ​ຕ້ອນ​ຮັບ​ທ່ານ Kunio Umeda ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ທ່ານ​ປະ​ທານ​ປະ​ເທດ ເຈິ່ນ​ດ້າຍກວາງ ຢັ້ງ​ຢືນ​ວ່າ ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ແມ່ນ​ຖື​ຍີ່​ປຸ່ນ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ ແລະ ຍາວ​ນານ. ທ່ານ​ປະ​ທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ​ ດ້ວຍ​ບົດ​ຮຽນ​ຂອງ​ຕົນ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຜູ້​ສະ​ເໜີ​ແນະ​ນະ​ໂຍ​ບາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ເປັນ​ຂົວ​ເຊື່ອມ​ຕໍ່​ສຳ​ຄັນ. ຜ່ານນັ້ນ​ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ​ໃນ​ທຸກ​ຂົງ​ເຂດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນສອງ​ປະ​ເທດ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ.

        ແລະ​ກໍ່​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ ທ່ານ​ປະ​ທານ​ປະ​ເທດ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ປາ​ເຊີ​ວິດ ດາບ​ລາດ​ໂຊ​ດາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຕາ​ຈີ​ກິດ​ສະ​ຖານ; ທ່ານ ອີ​ນາ​ມາ ຈີ​ອື​ລີ​ໂອ​ນິດ ເອກ​ອັກ​ຄະ​ລັດ​ຖະ​ທູດ ລິດ​ວາ ແລະ ທ່ານ ອີ​ຊີ​ເກ​ລິ ມາ​ຕາຍ​ໂຕ​ກາ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຟີ​ຈິ ດ້ວຍ​ຄວາມ​ສະ​ໜິດ​ສະ​ໜົມ.


ຂ່າວ/ບົດ​ອື່ນ