ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຜູ້ແທນອະດີດພະນັກງານສືບຂ່າວປ້ອງກັນຄວາມສະຫງົບT4

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຜູ້ແທນອະດີດພະນັກງານສືບຂ່າວປ້ອງກັນຄວາມສະຫງົບT4 - ảnh 1
ທ່າ​ນ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ

(vovworld)- ຕອນ​ບ່າຍ​ວັນ​ທີ 4/4 ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່າ​ນ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ມີ​ການ​ພົບ​ປະ​ສັງ​ສັນ​ກັບ​ຄະ​ນະ​ຜູ້​ແທນ​ອະ​ດີດ​ພະ​ນັກ​ງານ​ສືບ​ຂ່າວ​ປ້ອງ​ກັນ​ຄວາມ​ສ​ະ​ຫງົບ​ເຂດ ໄຊ​ງ່ອນ - ຢາດີ້ງ (​ນັກສືບ​ຂ່າວT4 ) ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແລະ ບາງ​ທ້ອງ​ຖິ່ນ​ທາງ​ພາກ​ເຫ​ນືອ​ຫວຽດ​ນາມ. ເມື່ອ​ໂອ້​ລົມ​ກັບ​ບັນ​ດາ​ຜູ້​ແທນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ​ຊີ້​ແຈ້ງ ບັນ​ດາ​ວິ​ລະ​ກຳ​ສູ້​ຮົບ, ຜົນ​ງານ​ພິ​ເສດ​ຂອງ​ກຳ​ລັງ​ພະ​ນັກ​ງານ​ສືບ​ຂ່າວ​ປ້ອງ​ກັນ​ຄວາມ​ສະ​ຫງົບ T4 ໄດ້​ປະ​ກອບ​ສ່ວນເຮັດ​ໃຫ້ມູນ​ເຊື້ອ​ວິ​ລະ​ຊົນ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ກຳ​ລັງ​ຕຳ​ຫລວດ​ປະ​ຊາ​ຊົນ​ຫວຽດ​ນາມຍິ່ງ​ມີ​ຊີ​ວິດ​ຊີ​ວາກວ່າ. ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ: ພັກ, ລັດ ແລະ ປະ​ຊາ​ຊົນຫວຽດ​ນາມ ຍາມ​ໃດ​ກໍ​ເຄົາ​ລົບ, ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ຂອງ​ຄະ​ນະ​ພົວ​ພັນ​ຕິດ​ຕໍ່​ຂອງ​ອະ​ດີດ​ພະ​ນັກ​ງານ​ສືບ​ຂ່າວ​ປ້ອງ​ກັນ​ຄວາມ​ສະ​ຫງົບ T4.  ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ປາດ​ຖະ​ຫ​ນາ​ຢາກ​ໃຫ້​ບ​ັນ​ດາ​ອະ​ດີດ​ພະ​ນັກ​ງານ​ສືບ​ຂ່າວ ສືບ​ຕໍ່​ເອົາ​ໃຈ​ໃສ່​ປະ​ກອບ​ຄຳ​ເຫັນ, ກໍ່​ສ້າງ​ກຳ​ລັງ​ຕຳ​ຫລວດ​ປະ​ຊ​າ​ຊົນ​ໃຫ້​ນັບ​ມື້​ນັບ​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ປະ​ກອບ​ສ່ວນ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ.


ຕອບກັບ

ຂ່າວ/ບົດ​ອື່ນ