ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບອະດີດປະທານາທິບໍດີຈີເລEduardo Frei Ruiz-Tagle

ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບອະດີດປະທານາທິບໍດີຈີເລEduardo Frei Ruiz-Tagle - ảnh 1
ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ
ຕ້ອນຮັບ​ທ່ານ Eduardo Frei Ruiz-Tagle


(vovworld) – ທີ່​ການ​ຕ້ອນຮັບ​ທ່ານ Eduardo Frei Ruiz-Tagle, ອະດີດ​ປະທານາທິບໍດີຈີເລ​, ທູດ​ຮັບຜິດຊອບ​ພາກ​ພື້ນ​ອາຊີ - ປາຊີ​ຝິກ, ​ໃນ​ວັນ​ທີ 14/7, ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ​ເນັ້ນ​ໜັກ​ວ່າ, ​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ, ຈີ​ເລ​ແມ່ນ​ປະ​ເທດ​ທຳ​ອິດ​ຢູ່​ທິດຕາ​ເວັນ​ຕົກ​ຂອງ​ໂລກ ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ສອງ​ຝ່າຍ​ກັບ ຫວຽດນາມ, ​ແລະ ນອນ​ໃນ​ກຸ່ມ​ບັນດາ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ຮັບຮອງ​ພື້ນຖານ​ເສດຖະກິດ ການ​ຕະຫຼາດ​ຂອງ​ ຫວຽດນາມ. ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ເໜີ​ສອງປະ​ເທດ​ຍູ້​ແຮງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ​ມາ​ຢ້ຽມຢາມ​​ເຊິ່ງກັນ​ ແລະ ກັນ; ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ກວ່າ​ອີກ​​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ສຳຜັດ​ກັບ​ຕະຫຼາດ​ຂອງ​ກັນ ​ແລະ ສ້າງ​ການ​ພົວພັນ​ຮ່ວມ​ມື, ການ​ລົງທຶນ​ໂດຍ​ກົງ, ໜູນ​ຊ່ວຍ​ກັນ​ແຊກ​ຊືມ​ເຂົ້າ​ບັນດາ​ຕະຫຼາດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອາ​ເມ​ລິ​ກາ​ລາຕີ​ນ; ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ. ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ກໍ່​ສະ​ເໜີ ຈີ​ເລ​ສະໜັບສະໜູນ ຫວຽດນາມ​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ຜູ້ອຳ​ນວຍ​ການ​ໃຫຍ່ UNESCO ອາຍຸ​ການ 2017-2021.

        ກ່ຽວ​ກັບ​ການ​ຜັນ​ແປ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ, ທ່ານປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຢືນຢັນ​ວ່າ, ທັດສະນະ​ຂອງ​ຫວຽດນາມ​ແມ່ນ​ຍືດໝັ້ນ​ຫຼັກ​ໝັ້ນ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ທັງ​ໝົດ ດ້ວຍ​ມາດ​ຕະການ​ສັນຕິພາບ, ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ຫຼື​ຂົ່ມຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ​ເຄົາລົບ​ນິຕິ​ກຳ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ສົນທິສັນຍາ ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ທະ​ເລ​ປີ 1982. ​ໂດຍ​ມີ​ທັດສະນະ​ຮ່ວມ​ກັບ​ຫວຽດນາມ, ທ່ານ Eduardo Frei Ruiz-Tagle, ອະດີດ​ປະທານາທິບໍດີຈີ​, ທູດ​ຮັບຜິດຊອບ​ພາກ​ພື້ນ​ອາຊີ - ປາຊີ​ຝິກ ຢືນຢັນ, ຈີ​ເລ​ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ທັງ​ໝົດ​ດ້ວຍ​ສັນຕິ​ວິທີ, ​ແລະ ​ເຄົາລົບ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ