ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດອາເມລິກາTed Osius

ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດອາເມລິກາTed Osius - ảnh 1
ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ​​ຕ້ອນຮັບທ່ານເອກ​ອັກຄະ​ລັດຖະ​ທູດ​ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Ted Osius 
Foto:TTXVN

(vovworld) – ຕອນ​ບ່າຍ​ວັນ​ທີ 31/3, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານເອກ​ອັກຄະ​ລັດຖະ​ທູດ​ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Ted Osius ​ເຂົ້າ​ຢ້ຽມ​ຄຳນັບ ​ແລະ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ, ​ໃນ​ນັ້ນ​ມີ​ເລື່ອງ​ຮ່ວມ​ມື​ຈັດ​ຕັ້ງ​ປີ APEC 2017 ​ແລະ​ກອງ​ປະຊຸມ​ຂັ້ນ​ສູງ APEC ຄັ້ງ​ທີ 25 ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ, ທັງ​ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ ​ແລະ ການ​ພົບ​ປະລະ​ຫວ່າງ​ການ​ນຳ​ສອງ​ປະ​ເທດ, ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ. ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຊົມ​ເຊີຍ​ເລື່ອງ ອາ​ເມ​ລິ​ກາ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ໃນ​ການ​ຮັກສາ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ, ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຜ່ານ​ບັນດາ​ມາດ​ຕະການ​ທາງ​ການ​ທູດ, ການ​ເຈລະຈາ ​ແລະ ອີງ​ຕາມ​ກົດໝາຍ​ສາກົນ.

ສ່ວນທ່ານເອກ​ອັກຄະ​ລັດຖະ​ທູດ​ Ted Osius ກໍ່​ຢືນຢັນ​ຈະ​ສືບ​ຕໍ່​ຊຸກຍູ້​ອຳນາດ​ການ​ປົກຄອງ, ສະພາ​ແຫ່ງ​ຊາດ, ປະຊາ​ຄົມ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ; ​ພ້ອມ​ທັງເນັ້ນ​ໜັກ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ອາ​ເມ​ລິ​ກາ - ຫວຽດນາມ ພວມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ນັບ​ທັງ​ສອງ​ຝ່າຍ, ພາກ​ພື້ນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ