ທ່ານປະທານປະເທດເຈີນດ້າຍກວາງພົບປະກັບບັນດາການນຳAPEC

ທ່ານປະທານປະເທດເຈີນດ້າຍກວາງພົບປະກັບບັນດາການນຳAPEC - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ພົບ​ປະ​ກັບ ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ

(vovworld)- ວັນ​ທີ 19/11, ຢູ່​ນະ​ຄອນ​ຫລວງ Lima ປະ​ເທດ ເປ​ຣູ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໄດ້​ມີ​ກາ​ນ​ພົບ​ປະ​ກັບ​ບັນ​ດາ​ການ​ນຳ APEC.

ທີ່​ການ​ພົບ​ປະ​ຂັ້ນ​ສູງ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ຖື​ວ່າ: ການ​ພົວ​ພັນ​ຄູ່​ຮ່ວມ​ມື​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ຈີນ ໃນ​ໄລ​ຍະ​ຜ່ານ​ມາ ສືບ​ຕໍ່​ຮັກ​ສາ​ທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ. ໃນ​ສະ​ພາບ​ການ​ໂລກ ແລະ ພ​າກ​ພື້ນ ພວມ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ສອງ​ຝ່າຍ​ຄວນ​ແລກ​ປ່ຽນ​ຍຸດ​ທະ​ສາດ, ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ກໍ​ຄື​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ.

ທີ່​ການ​ພົບ​ປະ​ຂັ້ນ​ສູງ​ລະ​ຫວ່າງ​ຫວຽດ​ນາມ ແລະ ລັດ​ເຊຍ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ມີ​ຄວ​າມ​ພຶງ​ພໍ​ໃຈ​ຕໍ່​ບັນ​ດາ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ປາດ​ຖະ​ຫນາ​ວ່າ ຈະ​ພ້ອມ​ກັນ​ສູ້​ຊົນ​ສ້າງ​ພື້ນ​ຖານ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ທຸກ​ຂ​ົງ​ເຂດ​ໃຫ້​ໝັ້ນ​ຄົງ​ກວ່າ​ອີກ.

ທີ່​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ສະ​ເຫນີ ສອງ​ຝ່າຍ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດກວ່າ​ອີກ. ປະ​ທາ​ນາ​ທິ​ບໍ​ດີ​ ຈີ​ເລ Bachele Jeria ຢຶນ​ຢັນ: ຈີ​ເລ ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫນາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ​ຫວຽດ​ນາມ, ສະ​ຫນັບ​ສະ​ຫນູນ ແລະ ພ້ອມ​ແລ້ວ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ໃຫ້​ປີ APEC ຫວຽດ​ນາມ 2017 ແລະ APEC ຈີ​ເລ 2019 ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.


ຕອບກັບ

ຂ່າວ/ບົດ​ອື່ນ