ທ່ານປະທານປະເທດເຈີນດ້າຍກວາງສົ່ງຈົດໝາຍອວຍພອນບຸນວັນເພັງເດືອນ8/2016

ທ່ານປະທານປະເທດເຈີນດ້າຍກວາງສົ່ງຈົດໝາຍອວຍພອນບຸນວັນເພັງເດືອນ8/2016 - ảnh 1
ພວກ​ຫລານ​ຕ້ອນ​ຮັບ​ບຸນ​ວັນ​ເພັງ​ເດືອນ 8

(vovworld)-​​ ເນື່ອງ​ໃນ​ໂອ​ກາດ​ບຸນ​ວັນ​ເ​ພັງ​ເດືອນ 8/2016, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອ​ນ​ເຖິງ​ພວກ​ຫລາ​ນ​ອະ​ນຸ​ຊົນ​,ເຍົາ​ວະ​ຊົນ​ໃນ​ທົ່ວ​ປະ​ເທດ ແລະ ຢູ່​ຕ່າງ​ປະ​ເທດ ກໍ​ຄື​ເດັກ​ນ້ອຍ​​ຕ່າງ​ປະ​ເທດ ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ. ໃນ​ຈົດ​ໝາຍ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ຢືນ​ຢັນ: ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ​ເບິ່ງ​ແຍງ, ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ພາ​ລະ​ກິດ​ປົກ​ປ້ອງ, ເບິ່ງ​ແຍງ ແລະ ສຶກ​ສາອົບ​ຮົມ​ເດັກ​ນ້ອຍ. ​ທ່ານປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຫວັງ​ວ່າ ພວກ​ຫລານ​ອະ​ນຸ​ຊົນ ເຍົາ​ວະ​ຊົນ ສືບ​ຕໍ່​ຮ່ຳ​ຮຽນ, ຝືກ​ຝົນ​ຫລໍ່​ຫລອມ, ອອກ​ແຮງ​ສູ້​ຊົນ​ບັນ​ລຸ​ຜົນ​ງານ​ຫລາຍ​ຢ່າງກວ່າ​ອີກ​ໃນ​ສົກ​ຮຽນ​ໃຫມ່, ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສັງ​ຄົມ, ຊ່ວຍ​​ເຫລືອໝູ່ເພື່ອນ​ ຜູ້​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ ກາຍ​ເປັນ​ລູກ​ຄຳ​ຮູ້, ນັກ​ຮຽນ​ເກັ່ງ, ສືບ​ທອດ​ລຸ້ນ​ພໍ່​ລຸ້​ນ​ອ້າຍ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​​ນັບ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ