ທ່ານປະທານປະເທດເຈີນດ້າຍກວາງເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານປີ2017ຂອງຂະແຫນງສານ

ທ່ານປະທານປະເທດເຈີນດ້າຍກວາງເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານປີ2017ຂອງຂະແຫນງສານ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ມອບ ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ຜູ້​ພິ​ພາກ​ສາ​ຂັ້ນ​ສູງ
ພາບ:TTXVN

(vovworld)- ກ່​າວ​ຄຳ​ເຫັນ​ທ​ີ່ ກອງ​ປະ​ຊຸມຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2017 ຂອງ​ຂະ​ແຫນງ​ສານ ແລະ ປະ​ກາດ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ຜູ້​ພິ​ພາກ​ສາ​ຂັ້ນ​ສູງ ຊື່ງ​ດຳ​ເນີນ​ໃນ​ວັນ​ທີ 12/1 ຢູ່ ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ຊີ້​ແຈ້ງວ່າ: ປີ 2017, ສະ​ພາບ​ການ​ໂລກ, ພາກ​ພື້ນ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ເສດ​ຖະ​ກິດ​ສັງ​ຄົມ​ພາຍ​ໃນ​ປະ​ເທດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສະ​ພາບ​ອາດ​ຊະ​ຍາ​ກຳ, ການ​ລະ​ເມີດກ​ົດ​ໝາຍ​ຍັງ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ເປັນ​ຕົ້​ນ​ແມ່ນ​ອາດ​ຊະ​ຍາ​ກຳ​ເສດ​ຖະ​ກ​ິດ, ການ​ສໍ້​ລາດ​ບັງ​ຫລວງ, ສະ​ນັ້ນ ຫນ້າ​ທີ່​ວາງ​ອອກ​ໃຫ້​ແກ່​ສານ​ປະ​ຊາ​ຊົນ​ທຸກ​ຂັ້ນ​ແມ່ນ​ຫນ​ັກ​ຫນ່ວງ​ທີ່​ສຸດ.

        “ດ້ວຍ​ບົດ​ບາດ​ແມ່ນ​ອົງ​ການ​ພິ​ພາກ​ສາ, ປົກ​ປ້ອງ​ຄວາມ​ຍຸ​ຕິ​ທຳ, ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ສິດ​ຂອງ​ພົນ​ລະ​ເມືອງ, ປົກ​ປັກ​ຮັກ​ສາ​ລະ​ບອບ​ສັງ​ຄົມ​ນິ​ຍົມ, ຜົນ​ປະ​ໂຫຍດ​ຂອງ​ລັດ, ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ອົງ​ການ, ສ່ວນ​ບຸກ​ຄົນ, ສານ​ທຸກ​ຂັ້ນ​ຄວນ​ເຄົາ​ລົບ​ບັນ​ດາ​ຫລັກ​ການ​ຕຸ​ລາ​ການ​ຊື່ງ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ໄດ້​ກຳ​ນົດ​ໄວ້. ສຸມ​ໃສ່​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ພິ​ພາກ​ສາ ແລະ ປະ​ຕິ​ບັດ​ສິດ​ຕຸ​ລາ​ການ, ພິ​ຈາ​ລະ​ນາ​​ເອ​ກະ​ສານ, ຂໍ້​ມູນ​ຫລັກ​ຖານຢ່າງ​ຄົບ​ຖ້ວນ​ພາ​ວະ​ວິ​ໄສ, ຮອບ​ດ້ານ, ຮັບ​ປະ​ກັນ​ການ​ພິ​ພາກ​ສາ​ຂອງ​ສານ ຕ້ອງ​ມີ​ຄວາມຊັດ​ເຈນ, ຖືກ​ກັບ​ກົດ​ໝາຍ.”


ຕອບກັບ

ຂ່າວ/ບົດ​ອື່ນ