ທ່ານປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີອັດງານບຸນຫນັງສືພິມທົ່ວປະເທດປີ2018

(VOVWORLD) -ຕອນບ່າຍວັນທີ 18 ມີນາ ຢູ່ ຫໍພິພິທະພັນ ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ເຂົ້າຮ່ວມພິທີອັດງານບຸນຫນັງສືພິມທົ່ວປະເທດປີ 2018.

ທ່ານປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີອັດງານບຸນຫນັງສືພິມທົ່ວປະເທດປີ2018 - ảnh 1 ທ່ານປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີອັດງານບຸນຫນັງສືພິມທົ່ວປະເທດປີ2018

ພາບ:vietnam+

ເມື່ອຢ້ຽມຊົມຮ້ານວາງສະແດງຂອງຫນັງສືພິມເຍີນເຢີນ, ສຳນັກຂ່າວສານຫວຽດນາມ, ໂທລະພາບຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ຫນັງສືພິມຂອງສະພາແຫ່ງຊາດ, ລັດຖະບານ, ກອງທັບປະຊາຊົນ, ຕຳຫລວດປະຊາຊົນ… ທ່ານ ປະທານປະເທດ ເຈີນດ້າຍກວາງ ຕີລາຄາວ່າ ງານບຸນຫນັງສືພິມທົ່ວປະເທດປີ 2018 ແມ່ນວັນບຸນໃຫຍ່ຂອງວົງການສື່ມວນຊົນ ແລະ ຜູ້ອ່ານໃນທົ່ວປະເທດ ແມ່ນໂອກາດເພື່ອເຊີດຊູ, ສົ່ງເສີມ, ລະດົມກຳລັງໃຈ ບັນດາການປະກອບສ່ວນອັນໃຫຍ່ຫລວງຂອງສື່ມວນຊົນປະເທດຊາດໃນກິດຈະການປ່ຽນແປງໃຫມ່, ສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ທ່ານປະທານປະເທດປາດຖະຫນາວ່າ ໄລຍະຈະມາເຖິງ, ສື່ມວນຊົນປະຕິວັດຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດປະຈັນບານໃນແນວຮົບດ້ານແນວຄິດ, ວັດທະນະທຳ, ໂຄສະນາຢ່າງເລິກເຊິ່ງແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ