ທ່ານປະທານປະເທດເຈີນດ້າຍກວາງເຈລະຈາກັບກະສັດບຣູໄນ

ທ່ານປະທານປະເທດເຈີນດ້າຍກວາງເຈລະຈາກັບກະສັດບຣູໄນ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ກະ​ສັດ ບ​ຣູ​ໄນ Haji Hassanal Bolkiah Muizzaddin Waddaulah

 (vovworld)- ​ ​​​ ​ ​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ບ​ຣູ​ໄນ​, ​ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ກະ​ສັດ ບ​ຣູ​ໄນ Haji Hassanal Bolkiah Muizzaddin Waddaulah ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ. ທີ່​ການ​ເຈ​ລະ​ຈາ, ການ​ນຳ​ສອງ​ທ່ານ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ການ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂອບ​ເຂດ​ສອງ​ຝ່າຍ​ກໍ​ຄື​ຢ​ູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ. ສອງ​ຝ່າຍ​ຕັດ​ສິນ​ໃຈ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາກວ່າ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສອງ​ຝ່າຍ​ຢູ່​ຫວຽດ​ນາມ ໂດຍ​ໄວ ເພື່ອ​ບັນ​ລຸ​ຄາດ​ໝາຍ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 500 ລ້ານ USD ໃນ​ປີ 2025. ການ​ນຳ​ສອງ​ທ່ານ​ໄດ້​ຕີ​ລາ​ຄາ​ວ່າ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ ມີ​ບາດ​ກ້າວ​ພັດ​ທະ​ນາ ແລະ ປາດ​ຖະ​ຫນາ​ຢາກ​ຊຸກ​ຍູ້​ການ​ຮ່ວ​ມ​ມື​ໃນ​​ບັນ​ດາຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຄື: ກະ​ສິ​ກຳ, ສິນ​ໃນ​ນ້ຳ, ແຮງ​ງານ, ທ່ອງ​ທ່ຽວ … ການ​ນຳ​ສອງ​ທ່ານ​ໄດ້​ຊົມ​ເຊີຍ​ເລື່ອງ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ກາ​ນ​ຄ້າ ພ້ອມ​ທັງ​ເຫັນ​ດີ ມອບ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ທີ່​ມີ​ຫນ້າ​ທີ່​ຮັບ​ຜິດ​ຊອບ​ຊຸກ​ຍູ້​ການ​ເຈ​ລະ​ຈາ, ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ອື່ນຈຳ​ນວນ​ຫນຶ່ງ​ໂດຍ​ໄວ. ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ການ​ນຳ​ສອງ​ທ່ານ​ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ, ສາ​ກົນ ແລະ​ເຫັນ​ດີ​ຈະ​ສືບ​ຕໍ່​ສົມ​ທົບ​ກັນ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ​ແລະ​ສາ​ກົນ, ເປັນ​ຕົ້ນ​ໃນ ອາ​ຊຽນ ແລະ ສ​ປ​ຊ.  ສອງ​ຝ່າຍ​ເຫັນ​ດີ​ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຮັກ​ສາ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ​ໃນ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ. ສອງ​ຝ່າຍ​ເນັ້ນ​ຫນັກ​ເຖິງ​ຄວ​າມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ຄວາມ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ແລະ​ເຫັນ​ດີ ຊຸກ​ຍູ້​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໂດຍ​ສັ​ນ​ຕິ​ວິ​ທີ.

ຖ​ະ​ແຫລງ​ການ​ຮ່ວມ​ຫວຽດ​ນາມ - ບ​ຣູ​ໄນ

ແລະ​ກໍ​ໃນ​ໂອ​ກາດ​ຢ້ຽມ​ຢາມ ບ​ຣູ​ໄນ​ຂອງ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ, ຫວຽດ​ນາມ ແລະ ບ​ຣູ​ໄນ ໄດ້​ອອກ​ຖະ​ແຫລງ​ກາ​ນ​ຮ່ວມ, ໃນ​ນັ້ນ ໄດ້​ຊີ້​ແຈ້ງວ່າ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢ​າມ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ກະ​ສັດ ບ​ຣູ​ໄນ Haji Hassanal Bolkiah ໄດ້​ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ​ກໍ​ຄື​ບັນ​ດາ​ບັນ​ຫາ​ພາ​ພື້ນ ແລະ ສາ​ກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ໃນ​ບັນ​ຍາ​ກາດ​ໄມ​ຕິ​ຈິດ​ມິດ​ຕະ​ພາບ. ການ​ນຳ​ສອງ​ທ່ານ​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ຄາ ແລະ ການ​ລົງ​ທຶນ, ພິ​ເສດ​ແມ່ນ​ພະ​ລັງ​ງານ, ກະ​ສິ​ກຳ ແລະ ການ​ປະ​ມົງ, ການ​ສຶກ​ສາ, ແຮງ​ງານ, ບໍ​ລິ​ການ​ການ​ບິນ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ການ​ປ້ອງ​ກັນ​ຊາດ. ການ​ນຳ​ສອງ​ທ່ານ​ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຮັບ​ຮູ້​ບົດ​ບາດ​ຕັ້ງ​ຫນ້າ​ຂອງ ບ​ຣູ​ໄນ​ໃນ​ບັນ​ດາ​ບັນ​ຫາ​ຂອງ​ພາກ​ພື້ນ. ການ​ນຳ​ສອງ​ທ່ານ ໄດ້​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ, ໃນ​ນັ້ນ ລວມ​ມີ​ການ​ຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ຜ່ານ​ການ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ ປະ​ຊາ​ຄົມ​ອາ​ຊຽນ 2025 ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຄົບ​ຖ້ວນ. ເພື່ອ​ບັນ​ລຸ​ຄາດ​ໝາຍນີ້ ສອງ​ຝ່າຍ​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ໃນ​ພາກ​ພື້ນ​ໂດຍ​ສັນ​ຕິ​ວິ​ທີ.

ຕອບກັບ

ຂ່າວ/ບົດ​ອື່ນ