ທ່ານປະທານປະເທດເຈີນດ້າຍກວາງເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດອີຕາລີຢ່າງເປັນທາງການ

ທ່ານປະທານປະເທດເຈີນດ້າຍກວາງເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດອີຕາລີຢ່າງເປັນທາງການ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ
ຢູ່ ສະ​ຫນາມ​ບິນ Ciampino, Roma


(vovworld)-  ​​​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ ອີ​ຕາ​ລີ Sergio Mattarella, ສັນ​ຕະ​ປາ​ປາ Francis, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ເຖິງ​ນະ​ຄອນ​ຫລວງ ໂຣມ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສ. ອີ​ຕາ​ລີ ແຕ່​ວັນ​ທີ 21-24/11, ຢ້ຽມ​ຢາມ ໂບດ ວາ​ຕີ​ກັງ ແຕ່​ວັນ​ທີ 23/11/2016.

ພາຍ​ຫລັງ​ເດີນ​ທາງ​ເຖິງ​ນະ​ຄອນ​ຫລວງ ໂຣມ, ຕອນ​ຄ່ຳ​ວັນ​ທີ 21/11, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໄປ​ຢ້ຽມ​ຢາມ​ສະ​ຖານ​ທູດ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ອີ​ຕາ​ລີ. ນະ​ທີ່ນີ້ ທ່ານ​ປະ​ທານ​ປະ​ເທດ​ໄດ້​ແບ່ງ​ປັນ​ກັບ​ຊາວ​ຫວຽດ​ນາມອາ​ໄສ​ຢູ່ ອີ​ຕາ​ລີ ກ່ຽວ​ກັບ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຕາ​ລີ ໃນ​ໄລ​ຍະ​ຜ່ານ​ມາ ແລະ ໃຫ້​ຮູ້​ວ່າ: ພ້ອມ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງາມ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ເປີດກວ້າງ​ໃນ​ທຸກ​ຂົງ​ເຂດ​ຄື: ເສດ​ຖະ​ກິດ ການ​ຄ້າ, ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ, ວັດ​ທະ​ນະ​ທຳ ການ​ສຶກ​ສາ​ບຳ​ລຸງ​ສ້າງ.

“ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ເຫນີ​ບັນ​ດາ​ພະ​ນັກ​ງານ​ອົງ​ການ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ຢູ່ ອີ​ຕາ​ລີ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ສົມ​ທົບ​ສອງ​ຝ່າຍ​ກັບ​ຫລາຍ​ຝ່າຍ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ: ຊາວ​ຫວຽດ​ນາມອາ​ໄສ​ຢູ່​ອີ​ຕາ​ລີ ແຕ່​ລະ​ຄົນ ຈະ​ແມ່ນ​ຂົວ​ຕໍ່​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ກ່ຽວ​ກັບ​ປະ​ເທດ​ຊາດ, ວັດ​ທະ​ນະ​ທຳ ແລະ ຊາວ​ຫວຽດ​ນາມ, ນຳ​ສອງ​ປະ​ເທດ​ຫວຽດ​ນາມ ແລະ ອີ​ຕາ​ລີ ນັບ​ມື້​ນັບ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ.”

 

 

 

 

 

 

 


ຕອບກັບ

ຂ່າວ/ບົດ​ອື່ນ